21/12/2023
ໃນວັນທີ13 ທັນວາ 2023 ທີ່ຜ່ານມາ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ຄໍາມ່ວນ ໄດ້ຈັດກອງປະຊຸມ ມອບ-ຮັບເວບໄຊທ໌ ແລະ ຝຶກອົບຮົມການຄຸ້ມຄອງ, ນຳໃຊ້ເວບໄຊທ໌ ໃຫ້ສຳນັກງານ ເມືອງ ຄູນຄໍາ , ໂດຍໃຫ້ກຽດເປັນປະທານຂອງ ທ່ານ ແກ້ວວິໄລ ໄຊຍະບຸດ ເຈົ້າເມືອງໆ ຄູນຄໍາ ແລະ ທ່ານ ຫວາດ ອິນຄໍາວົງ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງຄຳມ່ວນ, ນອນນັ້ນຍັງມີບັນດາທ່ານຫົວໜ້າ-ຮອງຫົວໜ້າຫ້ອງການ ແລະ ຄະນະຮັບຜິດຊອບເວັບໄຊຈາກພະແນກເຕັກໂນໂລຊີແຂວງ ຕະຫຼອດຮອດພະນັກງານວິຊາການ ຈາກຫ້ອງການພາຍໃນເມືອງ ເຂົ້າຮ່ວມທັງໝົດ 36 ຄົນ, ຍິງ 5 ຄົນ.

ຈຸດປະສົງໃນກອງປະຊຸມຄັ້ງນີ້ ເພື່ອເປັນການຍົກລະດັບຄຸນນະພາບຂອງວຽກງານການສື່ສານ-ຂໍ້ມູນຂ່າວສານຂອງເມືອງ ຄູນຄໍາ ເພື່ອຫັນເປັນທັນສະໄໝ ຊ່ວຍໃຫ້ການເຜີຍແຜ່, ປະຊາສຳພັນບັນດາຂໍ້ມູນ-ຂໍ້ມູນຂ່າວສານສຳນັກງານເມືອງ ຜ່ານທາງເວັບໄຊ ສາມາດບໍລິການຂໍ້ມູນ-ຂ່າວສານໃຫ້ແກ່ປະຊາຊົນ, ພາກທຸລະກິດ ແລະ ພາກລັດດ້ວຍກັນ, ຮັບປະກັນຄວາມຖືກຕ້ອງຂອງຂໍ້ມູນຂ່າວສານຂອງພັກ - ລັດ ໃຫ້ມີປະສິດທິພາບ ແລະປະສິດທິຜົນ. ເຊິ່ງໃນກອງປະຊຸມກໍ່ໄດ້ຜ່ານ ຂໍ້ຕົກລົງຂອງທ່ານເຈົ້າເມືອງໆຄູນຄໍາ ສະບັບເລກທີ 431/ຈມ,ລົງວັນທີ່ 17 /10/2023 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບເວບໄຊທ໌ ແລະ ສະຫຼຸບລາຍງານຜົນຂອງການຝຶກອົບຮົມການຄູ້ມຄອງ ແລະ ການນໍາໃຊ້ລະບົບເວບໄຊທ໌.

ໃນຕອນທ້າຍຂອງກອງປະຊຸມ ທ່ານ ເຈົ້າເມືອງໆ ຄູນຄໍາ ແລະ ທ່ານ ຫວາດ ອິນຄໍາວົງ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ກໍ່ໄດ້ມີຄໍາເຫັນໂອ້ລົມ: ໃຫ້ພ້ອມກັນເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງ ໃນການຈັດຕັ້ງປະຕິບັດເຜີຍແຜ່ປະຊາສຳພັນບັນດາຂໍ້ມູນ-ຂ່າວສານ, ການເຄືອນໄຫວວຽກງານຂອງຕົນ ຜ່ານທາງເວບໄຊທ໌ໃຫ້ເປັນປົກກະຕິ, ຮັບປະກັນຄວາມຖືກຕ້ອງຂອງຂໍ້ມູນຂ່າວສານຂອງພາກລັດ, ສາມາດການບໍລິການຂໍ້ມູນ-ຂ່າວສານໃຫ້ແກ່ສັງຄົມຢ່າງກວ້າງຂວາງແລະ ສໍາມະນາກອນ ທີ່ເຂົ້າຮຽນໃນຄັ້ງນີ້ແມ່ນໃຫ້ເອົາໃຈໃສ່ ຈັດຕັ້ງປະຕິບັດການນໍາໃຊ້ ການສົ່ງຂໍ້ມູນ ທາງດ້ານໜ້າວຽກຂອງຕົນຮັບຜິດຊອບນັ້ນ ອອກສູ່ລະບົບ ເວບໄຊທ໌ຂອງເມືອງໃຫ້ ຖືກຕ້ອງຊັດເຈນ ໃຫ້ວ່ອງໄວ ເພື່ອໃຫ້ສັງຄົມໄດ້ຮັບຮູ້ໄດ້ທັນທ່ວງທີ ຈາກນັ້ນ ທ່ານ ຫວາດ ອິນຄຳວົງ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ກໍ່ໄດ້ມອບຊ່ອງເວັບໄຊ໌ ແກ່ເມືອງ ໂດຍເປັນກຽດຂື້ນຮັບໂດຍທ່ານ ແກ້ວວິໄລ ໄຊຍະບຸດ ເຈົ້າເມືອງໆຄູນຄຳ

