21/12/2023
ໃນວັນທີ 08 ທັນວາ 2023 ທີ່ຫ້ອງປະຊຸມເມືອງເຊບັ້ງໄຟ ໄດ້ຈັດກອງປະຊຸມ ມອບ-ຮັບ ແລະ ນໍາໃຊ້ເວັບໄຊໃຫ້ສຳນັງານເມືອງເຊບັ້ງໄຟ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ລົດວິໄລ ຈັນທະນຸວົງ ຮອງເຈົ້າເມືອງໆ ເຊບັ້ງໄຟ ແລະ ທ່ານ ຫວາດ ອິນຄຳວົງ ຫົວຫນ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ພ້ອມດ້ວຍຄະນະ ນອກນັ້ນຍັງມີຫົວຫນ້າຫ້ອງການ, ຮອງຫົວຫນ້າ ແລະ ພະນັກງານອ້ອມຂ້າງເມືອງ ເຂົ້າຮ່ວມທັງຫມົດ 23 ທ່ານ,ຍິງ06 ທ່ານ.

ຈຸດປະສົງ ກອງປະຊຸມໃນຄັ້ງນີ້ ເພື່ອເປັນການຍົກລະດັບຄຸນນະພາບຂອງວຽກງານການສື່ສານ-ຂໍ້ມູນຂ່າວສານຂອງເມືອງເຊບັ້ງໄຟ ເພື່ອຫັນເປັນທັນສະໃໝ ຊ່ວຍໃຫ້ການເຜີຍແຜ່, ປະຊາສຳພັນບັນດາຂໍ້ມູນ-ຂໍ້ມູນຂ່າວສານສຳນັກງານເມືອງ ຜ່ານທາງເວັບໄຊ ສາມາດບໍລິການຂໍ້ມູນ-ຂ່າວສານໃຫ້ແກ່ປະຊາຊົນ, ພາກທຸລະກິດ ແລະ ພາກລັດດ້ວຍກັນ, ຮັບປະກັນຄວາມຖືກຕ້ອງຂອງຂໍ້ມູນຂ່າວສານຂອງພັກ - ລັດ ໃຫ້ມີປະສິດທິພາບ ແລະປະສິດທິຜົນ. ໃນກອງປະຊຸມດັ່ງກ່າວກໍ່ໄດ້ຜ່ານ ຂໍ້ຕົກລົງຂອງເຈົ້າເມືອງເຊບັ້ງໄຟ ສະບັບເລກທີ 225/ຈມ,ຊຟ ລົງວັນທີ 25 ຕຸລາ 2023 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບເວບໄຊ ແລະ ຂໍ້ຕົກລົງກຳນົດຊື່ເວບໄຊ ຂອງເມືອງ ຄື www.xebangfai.gov.la

ຕອນທ້າຍຂອງກອງປະຊຸມ ທ່ານ ຫວາດ ອິນຄໍາວົງ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ກໍ່ໄດ້ປະກອບຄໍາເຫັນຕໍ່ ຄະນະບັນນາທິການ ທີ່ຮັບຜິດຊອບເວບໄຊຂອງເມືອງເຊບັ້ງໄຟ ຈົ່ງໄດ້ພ້ອມກັນເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງ ໃນການຈັດຕັ້ງປະຕິບັດເຜີຍແຜ່ປະຊາສຳພັນບັນດາຂໍ້ມູນ-ຂ່າວສານ, ການເຄືອນໄຫວວຽກງານຂອງຕົນ ຜ່ານທາງເວບໄຊໃຫ້ເປັນປົກກະຕິ, ຮັບປະກັນຄວາມຖືກຕ້ອງຂອງຂໍ້ມູນຂ່າວສານຂອງພາກລັດ, ສາມາດການບໍລິການຂໍ້ມູນ-ຂ່າວສານໃຫ້ແກ່ສັງຄົມຢ່າງກວ້າງຂວາງແລະ ສໍາມະນາກອນ ທີ່ເຂົ້າຮຽນຮູ້ໃຫ້ເອົາໃຈໃສ່ ພ້ອມກັນຈັດຕັ້ງປະຕິບັດຮຽນເຕັກວິທີການນໍາໃຊ້ ການສົ່ງຂໍ້ມູນ ທາງດ້ານໜ້າວຽກຂອງຕົນຮັບຜິດຊອບ ອອກສູ່ລະບົບ ເວັບໄຊ ຖືກຕ້ອງຊັດເຈນ ທັນເວລາ.


