21/12/2023
ໃນລະຫວ່າງວັນທີ 27 - 28 ພະຈິກ 2023 ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງຄໍາມ່ວນ ໄດ້ຈັດກອງປະຊຸມ ມອບ-ຮັບເວບໄຊທ໌ ແລະ ຝຶກອົບຮົມການຄຸ້ມຄອງ, ນຳໃຊ້ເວບໄຊທ໌ ໃຫ້ສຳນັກງານ ເມືອງມະຫາໄຊ, ໂດຍໃຫ້ກຽດເປັນປະທານຂອງ ທ່ານ ແສງຈັນ ຊາມົນຕຣີ ຮອງເຈົ້າເມືອງມະຫາໄຊ ແລະ ທ່ານ ຫວາດ ອິນຄໍາວົງ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ເຊິ່ງມີຜູ້ຕາງໜ້າ ເຂົ້າຮ່ວມກອງປະຊຸມ ຈາກຫ້ອງການ ອ້ອມຂ້າງເມືອງເຂົ້າຮ່ວມ ຈຳນວນ 30 ທ່ານ.

ຈຸດປະສົງ ຂອງກອງປະຊຸມໃນຄັ້ງນີ້ ເພື່ອເປັນຊຸກຍູ້ ສົ່ງເສີມວຽກງານຫັນເປັນດິຕ໋ອນຂອງແຂວງ ໃຫ້ຂະຫຍາຍຫັນລົງເລິກສູ້ເມືອງ ໂດຍສະເພາະວຽກງານການສື່ສານ-ຂໍ້ມູນຂ່າວສານຂອງເມືອງມະຫາໄຊ ໃຫ້ຫັນເປັນທັນ ສະໄໝ ເຊິ່ງຈະຊ່ວຍໃຫ້ຫ້ອງວ່າການເມືອງມະຫາໄຊ ສາມາດເຜີຍແຜ່, ປະຊາສຳພັນບັນດາຂໍ້ມູນ-ຂ່າວສານຂອງຕົນ ຜ່ານທາງເວັບໄຊ ແລະ ສາ ມາດບໍລິການຂໍ້ມູນ-ຂ່າວສານໃຫ້ແກ່ປະຊາຊົນ, ພາກທຸລະກິດ ແລະ ພາກລັດດ້ວຍກັນ, ຮັບປະກັນຄວາມຖືກ ຕ້ອງຂອງຂໍ້ມູນຂ່າວສານຂອງພັກ - ລັດ ໃຫ້ມີປະສິດທິພາບ ແລະປະສິດ ທິຜົນ. ເຊິ່ງໃນກອງປະຊຸມດັ່ງກ່າວກໍ່ໄດ້ຜ່ານ ຂໍ້ຕົກລົງຂອງເຈົ້າເມືອງມະ ຫາໄຊ ສະບັບເລກທີ 265/ຈມ,ມຊ ລົງວັນທີ 06 ຕຸລາ 2023 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບເວບໄຊ ແລະ ຂໍ້ຕົກລົງກຳນົດຊື່ເວບໄຊ ຂອງເມືອງ ຄື: www.mahaxay.gov.la

ຕອນທ້າຍຂອງກອງປະຊຸມ ທ່ານ ຫວາດ ອິນຄໍາວົງ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ຕາງໜ້າຄະນະຮັບຊອບສ້າງເວບໄຊ ກໍ່ໄດ້ປະກອບຄໍາເຫັນຕໍ່ ຄະນະວິຊາການທີ່ຮັບຜິດຊອບຄຸ້ມຄອງເວບໄຊຂອງເມືອງມະຫາໄຊ ໃຫ້ພ້ອມກັນເອົາໃຈ ໃສ່ ແລະ ມີຄວາມຮັບຜິດຊອບສູງ ຕໍ່ການຄຸ້ມຄອງ ແລະ ນຳໃຊ້ເວບໄຊ ເຂົ້າໃນການເຜີຍແຜ່ປະຊາສຳພັນບັນດາຂໍ້ມູນ-ຂ່າວສານ ໃຫ້ແກ່ສັງຄົມຢ່າງກວ້າງຂວາງ, ຮັບປະກັນຄວາມຖືກຕ້ອງຂອງຂໍ້ມູນ ແລະ ທັນກັບສະ ພາບການໃນປະຈຸບັນ.

