ພະແນກເຕັກໂນໂລຊີແລະການສື່ສານແຂວງຄຳມ່ວນ ເຂົ້າຮ່ວມກອງປະຊຸມພົບປະແລກປ່ຽນບົດຮຽນວຽກງານເຕັກໂນໂລຊີ ແລະ ການສື່ສານ 05 ແຂວງພາກກາງ(ແຂວງບໍລິຄຳໄຊ, ຊຽງຂວາງ,ວຽງຈັນ ,ໄຊສົມບູນ ແລະ ແຂວງຄຳມ່ວນ)

27/12/2023

ພະແນກເຕັກໂນໂລຊີແລະການສື່ສານແຂວງຄຳມ່ວນ ເຂົ້າຮ່ວມກອງປະຊຸມພົບປະແລກປ່ຽນບົດຮຽນວຽກງານເຕັກໂນໂລຊີ ແລະ ການສື່ສານ 05 ແຂວງພາກກາງ(ແຂວງບໍລິຄຳໄຊ, ຊຽງຂວາງ,ວຽງຈັນ ,ໄຊສົມບູນ ແລະ ແຂວງຄຳມ່ວນ)

ໃນຕອນເຊົ້າ ເວລາ 8:00 ນາທີ ຂອງວັນທີ 15 ທັນວາ 2023 ທີ່ຜ່ານມາ, ຢູ່ທີ່ຫ້ອງປະຊຸມ ເບີ 01 ຫ້ອງວ່າການແຂວງບໍລິຄໍາໄຊ, ຄະນະຜູ້ແທນທັງ 05 ແຂວງ ລະຫວ່າງພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ບໍລິຄໍາໄຊ, ຊຽງ ຂວາງ, ຄໍາມ່ວນ, ໄຊສົມບູນ ແລະ ແຂວງວຽງຈັນ ໄດ້ຈັດກອງປະຊຸມພົບປະ ແລະ ແລກປ່ຽນບົດຮຽນຮ່ວມກັນ. ໂດຍໃຫ້ກຽດເປັນປະທານຮ່ວມ ທ່ານ ລັງສີ ແກ້ວວິເສດ ຫົວຫນ້າພະແນກ ຕສ ບໍລິຄຳໄຊ, ທ່ານ ທ່ານ ໄພທູນ ພົມມະຈັນ ຮອງຫົວຫນ້າພະແນກ ຕສ ແຂວງຊຽງຂວາງ, ທ່ານ ພູແກ້ວ ອິນທະວົງ ຫົວຫນ້າພະແນກ ຕສ ແຂວງ ໄຊສົມບູນ , ທ່ານ ຫວາດ ອີນຄໍາວົງ ຫົວຫນ້າພະແນກ ຕສ ແຂວງຄໍາມ່ວນ ແລະ ທ່ານ ພູທອງ ພັນທະວົງ ຮອງຫົວຫນ້າພະແນກ ຕສ ແຂວງວຽງຈັນ, ນອກນັ້ນຍັງມີ ບັນດາຮອງຫົວຫນ້າພະແນກ, ຫົວຫນ້າ, ຮອງຫົວຫນ້າຂະແຫນງ ແລະ ພະນັກງານວິຊາການ ພະແນກ ຕສ 05 ແຂວງພາກກາງ ເຂົ້າຮ່ວມທັງໝົດ 85 ທ່ານ,ຍິງ 29 ທ່ານ.

ຈຸດປະສົງກອງປະຊຸມໃນຄັ້ງນີ້ ກໍ່ເພື່ອພົບປະແລກປ່ຽນບົດຮຽນຕົວຈິງ, ຍັງມີການລາຍງານກ່ຽວກັບສະພາບ ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານເຕັກໂນໂລຊີ ແລະ ການສື່ສານ ຂອງແຂວງຕົນເອງ ນອກນັ້ນຄະນະຜູ້ແທນທັງ 05 ແຂວງ ໄດ້ປຶກສາຫາລືຢ່າງກົງໄປກົງມາ ບົນພື້ນຖານຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ເຂົ້າໃຈກັນ ແລະ ພ້ອມກັນຕົກລົງເຫັນດີເປັນເອກະພາບ ບັນດາເນື້ອໃນການພົບປະແລກປ່ຽນກັນໃນຕໍ່ຫນ້າ ຄືດັ່ງນີ້: - ສ້າງສາຍພົວພັນການຮ່ວມມືກ່ຽວກັບວຽກງານເຕັກໂນໂລຊີ ແລະ ແຂວງ ບໍລິຄໍາໄຊ, ຄໍາມ່ວນ, ຊຽງຂວາງ, ໄຊສົມບູນ ແລະ ແຂວງວຽງຈັນ; - ເຫັນດີໃຫ້ແຂວງຊຽງຂວາງ, ໄຊສົມບູນ ແລະ ແຂວງວຽງຈັນ ຈັດກອງປະຊຸມຮ່ວມກັນກ່ຽວກັບວຽກງານຂະ ຫຍາຍາຍເຄືອຄ່າຍຕາມຊາຍແດນລະຫວ່າງແຂວງຕໍ່ແຂວງ; - ເຫັນດີເອົາພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ຄໍາມ່ວນ ແລະ ແຂວງວຽງຈັນ ເຂົ້າເປັນແຂວງ ແຮກສ່ຽວໃນການແລກປ່ຽນບົດຮຽນດ້ານເຕັກໂນໂລຊີ ແລະ ການສື່ສານ; - ພະແນກເຕັກໂນໂລຊີ ແລະ ການສື່ສານ 05 ແຂວງ ພົບປະແລກປ່ຽນບົດຮຽນຕາມຮູບການຜັດປ່ຽນ ການຈັດຕັ້ງ 01 ປີ/ຄັ້ງ ( ຈັດຢູ່ໃນລະຫວ່າງເດືອນ ຕຸລາ-ທັນວາ ), ກໍານົດຜູ້ແທນແຕ່ 15-20 ຄົນ/ຄະນະ, ໄລຍະ ແລກປ່ຽນບົດຮຽນແຕ່ລະຄັ້ງແມ່ນ 1 ວັນ. ເນື້ອໃນການເຮັດວຽກລະອຽດໂດຍ 05 ແຂວງ ປຶກສາຫາລື ແລະ ເອກະພາບນໍາກັນ. ໃນໄລຍະການພົບປະແລກປ່ຽນບົດຮຽນ 05 ແຂວງ ຈະແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນຕາມ ຫົວຂໍ້ ທີ່ທັງ 05 ແຂວງຕົກລົງກັນຄື: ວຽກງານວິຊາການ, ວຽກການບໍລິຫານ, ວຽກອົງການຈັດຕັ້ງມະຫາຊົນ, ວຽກງານຂະບວນການ.

ໃນຕອນທ້າຍຂອງກອງປະຊຸມ ຄະນະຜູ້ແທນທັງ 05 ແຂວງ ກໍ່ໄດ້ມີການເຊັນບົດບັນທຶກຮ່ວມກັນເພື່ອຕົກລົງເຫັນດີເປັນເອກະພາບ ບັນດາເນື້ອໃນການພົບປະແລກປ່ຽນທີ່ກ່າວມາຂ້າງເທິງນັ້ນ ແລະ ກອງປະຊຸມໄດ້ຕົກລົງເຫັນດີເປັນເອກະພາບ ເຈົ້າພາບຈັດກອງປະຊຸມແລກປ່ຽນວຽກງານເຕັກໂນໂລຊີ ແລະ ການສື່ສານ 05 ແຂວງພາກກາງໃນປີ 2024 ແມ່ນແຂວງວຽງຈັນເປັນເຈົ້າພາບ ແລະ ກອງປະຊຸມໄດ້ປິດລົງໃນວັນດຽວກັນ.

 

ແຈ້ງການ
ວິດີໂອ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ຕິດຕາມຂ່າວສານພະແນກ