27/12/2023
ໃນຕອນບ່າຍຂອງວັນທີ່ 26 ທັນວາ 2023 ທີ່ຫ້ອງປະຊຸມນ້ອຍພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງຄຳມ່ວນ ໄດ້ຈັດກອງປະຊຸມ ສະຫຼຸບການເຄື່ອນໄຫວວຽກງານປະຈຳປີ 2023 ແລະ ທິດທາງແຜນການປະຈຳປີ 2024 ຂອງໜ່ວຍຊາວໜຸ່ມ ພະແນກດັ່ງກ່າວ.ໂດຍການໃຫ້ກຽດເປັນປະທານ ຂອງທ່ານ ແອໃຫຍ່ ຈັນທະລາ ເລຂາໜ່ວຍຊາວໜຸ່ມ ພະແນກ ຕສ ແຂວງ,ຫົວໜ້າຂະແໜງ ເຕັກໂນໂລຊີ ແລະ ນະວັດຕະກຳ,ມີບັນດາ ສາມອົງການຈັດຕັ້ງມະຫາຊົນ ແລະ ສະມາຊີກພາຍໃນໜ່ວຍເຂົ້າຮ່ວມທັງໜົດ 22 ທ່ານ,ຍິງ 05 ທ່ານ.

ໃນກອງປະຊຸມດັ່ງກ່າວ ທ່ານ ແອໃຫຍ່ ຈັນທະລາ ເລຂາໜ່ວຍ ຍັງໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານປະຈຳປີ 2023 ແລະ ທິດທາງແຜນການປະຈຳປີ 2024 ໂດຍສັງເຂດວ່າປະຈຸບັນຈຳນວນສະມາຊິກ ພາຍໃນໜ່ວຍຊາວໜຸ່ມ ປີ 2023 ມີທັງໝົດ 28 ສະຫາຍ, ຍິງ 13 ສະຫາຍ; ວຸດທິການສຶກສາ ລະດັບວິຊາສິເພາະຊັ້ນສູງ 14 ສະຫາຍ ຍິງ 09 ສະຫາຍ, ປະລິນຍາຕີ 12 ສະຫາຍ ຍິງ 03 ສະຫາຍ, ທິດສະດີການເມືອງ-ການປົກຄອງ ຂັ້ນສູງ 01 ສະຫາຍ; ຂັ້ນກາງ 03 ສະຫາຍ; ຂັ້ນຕົ້ນ 01 ສະຫາຍ; 45 ວັນ 01 ສະຫາຍ. ສະມາຊິກທີ່ເປັນສະມາຊິກພັກສົມບູນ 09 ສະຫາຍ ຍິງ 02 ສະຫາຍ; ສໍາຮອງ 05 ສະຫາຍ ຍິງ 03 ສະຫາຍ, ກຳມະບານ 28 ສະຫາຍ, ແມ່ຍິງ 13 ສະຫາຍ;ໄປຍົກລະດັບວິຊາສະເພາະ ລະດັບປະລິນຍາຕຣີ ຕ່າງແຂວງ 01 ສະຫາຍ, ຮຽນທິດສະດີການເມືອງຂຶ້ນກາງພາຍໃນແຂວງ 01 ສະຫາຍ;ອະນຸມັດໃຫ້ສະມາຊິກຊາວໜຸ່ມລາອອກຈາກການເປັນສະມາຊິກ 01 ສະຫາຍ; ໄປປະຈຳຢູ່ໜ່ວຍອື່ນ ເນື່ອງຈາກ ໄປຮຽນຕໍ່ 01 ສະຫາຍ ແລະ ຍົກຍາຍມາຈາກໜ່ວຍອື່ນ 02 ສະຫາຍ,ຈັດກອງປະຊຸມຕ່າງໆພາຍໃນໜ່ວຍ ໄດ້ 06 ຄັ້ງ.

ຄະນະໜ່ວຍຊາວໜຸ່ມກໍ່ໄດ້ເອົາໃຈໃສ່ປຸກລະດົມຊາວໜຸ່ມດ້ວຍຫຼາຍວິທີການ ເພື່ອສ້າງໃຫ້ສະມາຊິກຊາວໜຸ່ມມີ ຄຸນສົມບັດສິນທໍາປະຕິຫວັດ, ມີຄວາມຫ້າວຫັນໃນການຈັດປະຕິບັດວຽກງານທີ່ຖືກມອບໝາຍຢ່າງຕັ້ງໜ້າ, ເຮັດສຳເລັດ ທຸກໜ້າທີ່ວຽກງານທີ່ຖືກມອບໝາຍໄດ້ເປັນຢ່າງດີ ແລະ ຊອກຮູ້ຮໍ່າຮຽນກໍ່ຄືການພັດທະນາຕົນເອງໃຫ້ມີຄຸນທາດການເມືອງຢ່າງໜັກແໜ້ນ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນຖັນແຖວຊາວໜຸ່ມ. ນອກນັ້ນຄະນະຊາວໜຸ່ມຍັງ ໄດ້ນໍາພາສະມາຊິກຊາວໜຸ່ມເສີມຂະຫຍາຍຈິດໃຈເປັນເຈົ້າຕົນເອງ, ພັດທະນາຄວາມຮູ້ຄວາມສາມາດໃນດ້ານວິຊາສະເພາະ ແລະ ສ້າງຄວາມເຂັ້ມແຂງໃນເສດຖະກິດຄອບຄົວຂອງສະມາຊິກພາຍໃນໜ່ວຍຢ່າງຕັ້ງໜ້າ.

