ໜ່ວຍພັກ ບໍລິຫານ-ຈັດຕັ້ງ ປະເມີນໜ່ວຍພັກ ປອດໃສ,ເຂັ້ມແຂງ,ໜັກແໜ້ນ ປະຈຳປີ 2023

27/12/2023

ໜ່ວຍພັກ ບໍລິຫານ-ຈັດຕັ້ງ ປະເມີນໜ່ວຍພັກ ປອດໃສ,ເຂັ້ມແຂງ,ໜັກແໜ້ນ ປະຈຳປີ 2023

ໃນລະຫວ່າງວັນທີ 19 ທັນວາ 2023.ໜ່ວຍພັກ ບໍລິຫານ-ຈັດຕັ້ງ (ພະແນກ ເຕັກໂນໂລຊີ ແລະການສື່ສານ ແຂວງຄຳມ່ວນ) ໄດ້ຈັດກອງປະຊຸມປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023.ທີ່ຫ້ອງປະຊຸມຂອງພະແນກດັ່ງກ່າວ ໂດຍການເປັນປະທານຂອງສະຫາຍ ນ ເພັດລຳມອນ ແກ້ວກັນຍາ ຮອງເລຂາຄະນະພັກຮາກຖານ,ເລຂາໜ່ວຍພັກ ບໍລິຫານ-ຈັດຕັ້ງ,ຮອງຫົວໜ້າ ພະແນກ ຕສ ແຂວງ,ໂດຍການໃຫ້ກຽດເຂົ້າຮ່ວມ ຂອງ ສະຫາຍ ຫວາດ ອີນຄຳວົງ ເລຂາ ຄະນະພັກຮາກຖານ,ຫົວໜ້າພະແນກ ຕສ ແຂວງ,ມີບັນດາຄະນະພັກ,ຄະນະພະແນກ,ຫົວໜ້າຂະແໜງ,ຮອງຂະແໜງ,ຄະນະ ຈັດຕັ້ງແຂວງຄຳມ່ວນ,ຕາງໜ້າ ຄະນະກວດກາພັກແຂວງ ແລະບັນດາສະມາຊິກພັກສົມບູນ-ສຳຮອງ ພາຍໃນພະແນກເຂົ້າຮ່ວມ 20 ສະຫາຍ,ຍິງ 08 ສະຫາຍ.

ສະຫາຍ ແອໃຫຍ່ ຈັນທະລາ ຄະນະ ກຳມະການພັກ,ຫົວໜ້າ ຂະແໜງ ເຕັກໂນໂລຊີ ແລະ ນະວັດຕະກຳ ກໍ່ໄດ້ໃຫ້ກຽດຂຶ້ນກ່າວຈຸດປະສົງ ແລະ ຜ່ານມະຕິຕົກລົງ ວ່າດ້ວຍ ການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳ ແລະ ກອງເລຂາກ່ຽວກັບການສ້າງແຜນການກໍ່ສ້າງໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນຂອງ ໜ່ວຍພັກ ບໍລິຫານ-ຈັດຕັ້ງ ຂອງພະແນກ ຕສ ແຂວງ,ສະບັບເລກທິ 02/ຄພຖ.ພຕສ,ລົງທີ 15 ທັນວາ 2023. ສະຫາຍ ນ ເພັດລຳມອນ ແກ້ວກັນຍາ ຮອງເລຂາຄະນະພັກຮາກຖານ,ເລຂາໜ່ວຍພັກ ບໍລິຫານ-ຈັດຕັ້ງ,ຮອງຫົວໜ້າ ພະແນກ ຕສ ແຂວງ ກໍ່ໄດ້ໃຫ້ກຽດກ່າວເປີດກອງປະຊຸມ ຢ່າງເປັນທາງການເຊິງສະຫາຍໄດ້ຍົກໃຫ້ເຫັນໃນບາງບັນຫາໃນການຈັດກອງປະຊຸມຄັ້ງນີ້ຂຶ້ນກໍ່ເພື່ອເປັນການຍົກສູງຄຸນນະພາບຂອງ ໜ່ວຍພັກບໍລີຫານ-ຈັດຕັ້ງ, ສະມາຊິກພັກ ແລະ ພະນັກງານ - ລັດຖະກອນ ຕ້ອງໄດ້ເພີ່ມທະວີບົດບາດ ຄວາມສາມາດໃນການຊີ້ນຳ - ນຳພາຕໍ່ກັບວຽກງານໃນພະແນກ ທີ່ຕົນຮັບຜິດຊອບໃຫ້ມີບາດກ້າວອັນໃໝ່ ແລະ ມີຄວາມເຊື້ອໝັ້ນຕໍ່ການນຳພາຂອງພັກ - ລັດ ໂດຍປະຕິບັດຕາມຫຼັກການ ລວມສູນປະຊາທິປະໄຕ ນຳພາເປັນໜູ່ຄະນະມີການຄົ້ນຄ້ວາປືກສາຫາລື ແລະ ແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງ ມີການກວດກາປະເມີນຜົນໃນແຕ່ລະໄລຍະຢ່າງເປັນປົກກະຕິ ຍົກສູງຄຸນທາດທາງດ້ານການເມືອງ ຄຸນສົມບັດສິນທຳປະຕິວັດ ຄວາມຮູ້ຄວາມສາມາດ ແບບແຜນວິທີນຳພາ - ວິທີເຮັດວຽກໃຫ້ມີປະສິດທິຜົນສູງ ເພື່ອຊອກຫາ ສາເຫດທີ່ພາໃຫ້ມີຈຸດດີ-ຈຸດອ່ອນ. ພ້ອມທັງປະກອບຄຳຄິດຄຳເຫັນຕຳນີສົ່ງຂ່າວກໍ່ສ້າງຊ່ວຍເຫຼືອເຊີ່ງກັນ ແລະ ກັນ ເພື່ອຮັບປະກັນໃນການກໍ່ສ້າງ ພັກ ແລະ ກໍ່ສ້າງພະນັກງານ - ລັດຖະກອນໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ຖືກຕ້ອງ. ແນ່ໃສ່ຊຸກຍູ້ຂະບວນການດ້ານຕ່າງໆ.

ພ້ອມກັນຕັດສີນໃຈເຮັດສຳເລັດໜ້າທີ່ວຽກງານຕາມການມອບໝາຍຈາກຂັ້ນເທິງ. ສະຫາຍ ນ ແສງຈັນ ໄພຍະແສງ ຮອງເລຂາໜ່ວຍພັກ ບໍລິຫານ-ຈັດຕັ້ງ,ຮອງຫົວໜ້າພະແນກ ຕສ ແຂວງ ກໍ່ໄດ້ໃຫ້ກຽດຜ່ານບົດສະຫຼຸບ ການກໍ່ສ້າງໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນປະຈຳປີ 2023 ແລະ ທິດທາງແຜນການ ປະຈຳປີ 2024.ໜ່ວຍພັກບໍລິຫານ-ຈັດຕັ້ງ ປະກອບມີຄະນະໜ່ວຍພັກ 03 ສະຫາຍ, ຍິງ 02 ສະຫາຍ, ຮອງເລຂາ 01 ສະຫາຍທັງເປັນປະທານກວດກາພັກ, ມີຄະນະພັກ 01 ສະຫາຍ, ມີສະມາຊິກພັກທັງໝົດ 20 ສະຫາຍ, ຍິງ 08 ສະຫາຍ, ມີສະມາຊິກພັກສຳຮອງ 05 ສະຫາຍ, ໃນໂອກາດທີ່ມີຄວາມໜາຍຄວາມສຳຄັນນີ້ຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຈາກ ສະຫາຍ ຫວາດ ອີນຄຳວົງ ເລຂາ ຄະນະພັກຮາກຖານ,ຫົວໜ້າພະແນກ ຕສ ແຂວງ ສະຫາຍໄດ້ກ່າວວ່າຍາມໃດຄະນະໜ່ວຍພັກກໍ່ໄດ້ຢຶດໝັ້ນ ແລະ ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດ, ນໍາພາເປັນໝູ່ ຄະນະ, ແບ່ງງານໃຫ້ບຸກຄົນຮັບຜິດຊອບ, ໃຫ້ຄະນະ ແລະ ສະມາຊິກຢ່າງຈະແຈ້ງ, ການຄົ້ນຄວ້າຕົກລົງບັນຫາເປັນ ໝູ່ຄະນະ ແລະ ປະຕິບັດຕາມມະຕິ, ຕາມກົດລະບຽບ, ກົດໝາຍ; ມີແຜນດຳເນີນງານ, ມີການຊຸກຍູ້, ຕິດຕາມ ກວດກາ, ມີການປະເມີນຜົນ, ສະຫຼຸບລາຍງານ, ຖອດຖອນບົດຮຽນເປັນປົກກະຕິ, ລາຍງານໃຫ້ຂັ້ນເທິງ, ພ້ອມຂໍ ທິດຊີ້ນຳຈາກຄະນະພັກຂັ້ນເທິງເປັນປົກກະຕິ, ເອົາໃຈໃສ່ປະຕິບັດເອກະສານ 7 ໜ້າທີ່ ແລະ 11 ຂໍ້ຫ້າມຂອງສະມາຊິກພັກ ຢ່າງເຂັ້ມງວດເພື່ອປັບປຸງແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງ, ປຸກລະດົມຫົວຄິດປະດິດສ້າງ ຂອງມະຫາຊົນ ແລະສະມາຊິກພັກ, ເພື່ອແລກປ່ຽນຄວາມຄິດຄວາມເຫັນພ້ອມກັນກໍ່ສ້າງພັກໃຫ້ມີຄວາມໜັກແໜ້ນເຂັ້ມແຂງຂຶ້ນເທື່ອລະກ້າວ.

 

ແຈ້ງການ
ວິດີໂອ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ຕິດຕາມຂ່າວສານພະແນກ