07/02/2024
ໃນວັນທີ 24 ເດຶອນມັງກອນ (01) ປີ 2024 ເວລາ 8 ໂມງ 30 ນາທີ, ຢູ່ທີ່ຫ້ອງປະຊຸມພະແນກເຕັກໂນໂລຊີ ແລະ ການສື່ສານແຂວງຄໍາມ່ວນ ໄດ້ຈັດກອງປະຊຸມ ເພື່ອຊຸກຍູ້, ສົ່ງເສີມ ແລະ ເກັບກໍາຂໍ້ມູນຂອງບັນດາຜູ້ປະກອບການດ້ານໄປສະນີ ເຊີ່ງຈັດໂດຍກົມໄປສະນີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃຫ້ກຽດເປັນປະທານໂດຍ ທ່ານ ສຸລິຍາ ຄໍາບູຣາວົງ ຫົວໜ້າກົມໄປສະນີ (ກະຊວງເຕັກໂນໂລຊີ ແລະ ການສື່ສານ), ທ່ານ ດາວໄຫຼ ແກ້ວດວງດີ ຮອງຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານແຂວງຄໍາມ່ວນ, ມີຫົວໜ້າພະແນກຈາກກົມໄປສະນີ ຫົວໜ້າ, ຮອງຫົວໜ້າຂະແໜງໄປສະນີ ແລະ ສື່ສານ, ຜູ້ອໍານວຍການ, ຮອງອໍານວຍການ, ພະນັກງານວິຊາການຈາກສາຂາບໍລິສັດທີ່ໃຫ້ບໍລິການທາງດ້ານໄປສະນີພາຍໃນແຂວງ ແລະ ຕະຫຼອດຮອດພະນັງານຈາກກົມໄປສະນີ ແລະ ພະແນກ ຕສ ແຂວງ ເຂົ້າຮ່ວມທັງໜົດ 25 ທ່ານ, ຍິງ 08 ທ່ານ.

ກອງປະຊຸມໄດ້ຮັບຟັງການລາຍງານສະພາບການພັດທະນາວຽກງານໄປສະນີຢູ່ແຂວງຄຳມ່ວນໂດຍສັງເຂບ ຈາກທ່ານ ດາວໄຫລ ແກ້ວດວງດີ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງຄໍາມ່ວນ ເຊີ່ງທ່ານໄດ້ຍົກໃຫ້ເຫັນເຖິງການໃຫ້ບໍລິການທາງດ້ານການບໍລິການຂອງສາຂາບໍລິສັດໄປສະນີລາວ ຈໍາກັດ ແລະ ສາຂາບໍລິສັດໄປສະນີເອກະຊົນ ມາຮອດປັດຈຸບັນນີ້ຢູ່ແຂວງຄໍາມ່ວນມີທັງໜົດ 13 ສາຂາ, 73 ປ່ອງບໍລິການ, 02 ສູນຂັດແຍກ 16 ແຟນຊາຍ, ມີຫ້ອງການໄປສະນີປະຈໍາເມືອງ 03 ແຫ່ງ, ຈ່າມໄປສະນີມີ 05 ແຫ່ງ, ສະຖາບັນເງິນຝາກໄປສະນີ 01 ແຫ່ງ, ມີຕູ້ໄປສະນີທັງໝົດ 600 ຕູ້, ນຳໃຊ້ໃນປະຈຸບັນ 158 ຕູ້, ໄປສະນີພັນພາຍໃນປະເທດປະກອບມີ: ໄປສະນີພັນ 506 ກິໂລ, ຈົດໝາຍ 647 ສະບັບ, ສະປິດໂພດ 537 ຫໍ່, ສິ່ງພິມວາລະສານ 06 ສະບັບ, ເມດ່ວນ 373 ສະບັບ, ພັດສະດຸ 63 ກິໂລ ແລະ ໃບຝາກເງິນອອນລາຍ 37 ໃບ, ໄປສະນີພັນຕ່າງປະເທດປະກອບມີ: ໄປສະນີພັນ 926 ກິໂລ, ຈົດໝາຍ 798 ສະບັບ, ເມດ່ວນ 321 ສະບັບ, ສິ່ງພິມວາລະສານ 325 ສະບັບ, ສິ່ງຫໍ່ນ້ອຍ 66 ຫໍ່, ພັດສະດຸ 715 ກິໂລ ໂອນເງິນອອນລາຍ 53 ໃບ.

ຈາກນັ້ນ, ກອງປະຊຸມກໍ່ໄດ້ການລາຍງານ ສະພາບການດໍາເນີນທຸລະກິດ ຈາກຜູ້ຕ່າງໜ້າສາຂາບໍລິສັດ ຮຸ່ງອາລຸນ ໂລຊິດສະຕິກ, ບໍລິສັດ ກຽງໄກ ບໍລິການຂົນສົ່ງສິນຄ້າ ແລະ ເອກະສານດ່ວນ ຈໍາກັດ, ພ້ອມກັນນັ້ນ, ກໍ່ຍັງໄດ້ຮັບຟັງການລາຍງານຈາກຕ່າງໜ້າກົມໄປສະນີ (ກະຊວງເຕັກໂນໂລຊີ ແລະ ການສື່ສານ) ແລະ ຊ່ຽວຊານຈາກ ສ ເກົາຫຼີ ເປັນຕົ້ນ:ເອກະສານການສ້າງບົດລາຍງານສະພາບການພັດທະນາວຽກງານໄປສະນີ, ການກວດກາມາດຕະຖານທີ່ປ່ອງບໍລິການໄປສະນີ, ການເກັບຄ່າທຳນຽມ ແລະ ຄ່າບໍລິການຂອງຂະແໜງໄປສະນີປະຈໍາປີ 2024 ແລະ ການນໍາສະເໜີກ່ຽວກັບການບໍລິການຂອງໄປສະນີເກົາຫຼີ (Korean adviser tot present and show some video concerning korea Postal service) ຈາກທ່ານ ຊາງກີ (Mr Sang Ki). ໃນຕອນທ້າຍກອງປະຊຸມຍັງໄດ້ເປັນກຽດຮັບຟັງການໃຫ້ຄໍາເຫັນ ແລະ ໂອ້ລົມຈາກປະທານກອງປະຊຸມເຊີ່ງທ່ານໄດ້ຮຽກຮ້ອງມາຍັງຂົງເຂດວຽກງານຂະແໜງໄປສະນີໃຫ້ເອົາໃຈໃສ່ ສືບຕໍ່ນໍາເອົາບັນດານິຕິກໍາຂອງວຽກງານໄປສະນີໄປຈັດຕັ້ງຜັນຂະຫຍາຍເຜີຍແຜ່ລົງສູ່ສາຂາ, ແຟນຊາຍ, ສືບຕໍ່ຄຸ້ມຄອງໃຫ້ບໍລິສັດເອກະຊົນມາພົວພັນອອກໃບຢັ້ງຢືນການບໍລິການໄປສະນີໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມລະບຽບກົດໝາຍ, ສຶບຕໍ່ລົງກວດກາຕິດຕາມມາດຖານເຕັກນິກຂອງບັນດາສາຂາບໍລິສັດທີ່ໃຫ້ບໍລິການທາງດ້ານໄປສະນີໃຫ້ຖຶກຕ້ອງຕາມບັນດານິຕິກໍາ ແລະ ລະບຽບການເພື່ອເປັນສະຖິຕິໃນການເກັບກໍາຂໍ້ມູນຂອງທຸກໆປີ. ເອົາໃຈໃສ່ປະຕິບັດຕາມຂໍ້ຕົກລົງ, ນິຕິກໍາຂອງກົມໄປສະນີໃນການຮັບ-ຝາກເຄື່ອງອຸປະໂພກ ແລະ ບໍລິໂພກຕ້ອງໄດ້ກວດກາຄືນໃຫ້ລະອຽດທັງຜູ້ຝາກ ແລະ ຜູ້ຮັບ ທຸກປ່ອງບໍລິການຕ້ອງໃຫ້ມີການປັບປຸງຕາມປ່ອງບໍລິການ, ພະນັກງານຂອງແຕ່ລະສາຂາ, ປ່ອງບໍລິການ ແລະ ແຟນຊາຍຕ້ອງໄດ້ຜ່ານການຝືກອົບຮົມສາກ່ອນຈື່ງເປີດໃຫ້ບໍລິການເພື່ອໃຫ້ສອດຄ່ອງຕາມຂໍ້ຕົກລົງຂອງທ່ານລັດຖະມັນຕີກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ລົງນາມໄວ້. ພາຍຫຼັງ. ກອງປະຊຸມສຳເລັັດ ທາງຫົວໜ້າກົມໄປສະນີ ແລະ ທ່ານ ຮອງຫົວໜ້າພະແນກ ຕສ ແຂວງ ພ້ອມດ້ວຍຄະນະຍັງໄດ້ໄປຢ້ຽມຊົມການໃຫ້ບໍລິການໄປສະນີ ຂອງສາຂາບໍລິສັດໄປສະນີລາວ ຈໍາກັດ ແລະ ສາຂາບໍລິສັດກຽງໄກ ຂົນສົ່ງສິນຄ້າ ແລະ ເອກະສານດ່ວນ ຈໍາກັດອີກດ້ວຍ.

