ພະແນກ ຕສ ແຂວງ ເປີດກອງປະຊຸມປືກສາຫາລືວຽກວຽກງານອານາໄມແລວສາຍໂທລະຄົມມະນາຄົມຕາມເສັ້ນທາງເລກທີ 12 ແລະ ເລກທີ່ 13.

07/02/2024

ພະແນກ ຕສ ແຂວງ ເປີດກອງປະຊຸມປືກສາຫາລືວຽກວຽກງານອານາໄມແລວສາຍໂທລະຄົມມະນາຄົມຕາມເສັ້ນທາງເລກທີ 12 ແລະ ເລກທີ່ 13.

ໃນວັນທີ 31 ເດຶອນມັງກອນ(01) ປີ 2024 ເວລາ 14 ໂມງ 00 ນາທີ, ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ໄດ້ເປີດກອງປະຊຸມປືກສາຫາລືກ່ຽວກັບການລົງສໍາຫຼວດແລວສາຍ ແລະ ສາຍທີ່ເກາະຫ້ອຍຕາມແລວສາຍຕາມເສັ້ນທາງເລກທີ 12 ແລະຕາມແລວທາງເລກທີ 13. ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ເພັດລໍາມອນ ແກ້ວກັນຍາ ຮອງເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ຮອງຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານແຂວງ, ມີຮອງອຳນວຍການ, ຫົວໜ້າເຕັກນິກ, ຫົວໜ້າພາກສ່ວນຈາກບໍລິສັດ ໂທລະຄົມມະນາຄົມ ຫົວໜ້າຂະແໜງ, ຮອງຂະແໜງ ແລະ ຕະຫຼອດຮອດພະນັງານທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງ: ກໍ່ເພື່ອປືກສາຫາລືກະກຽມລົງສໍາຫຼວດ ແລະ ເກັບກໍາຂໍ້ມູນແລວສາຍ ແລະ ສາຍທີ່ເກາະຫ້ອຍແລວສາຍຕາມເສັ້ນທາງເລກເລກທີ 12 ແລະ ຕາມແລວທາງເລກທີ 13 ໃຫ້ມີຄວາມສວຍງາມ, ສະອາດງາມຕາຕາມແຄມເສັ້ນທາງ, ຫິຼກລ້ຽງການເກີດອັກຄີໄພ ຕໍ່ລະບົບສັນຍານຂອງສາຍໂທລະຄົມມະນາຄົມ.

 

ແຈ້ງການ
ວິດີໂອ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ຕິດຕາມຂ່າວສານພະແນກ