17/09/2024
ໃນຕອນເຊົ້າຂອງວັນທີ່ 23 ສິງຫາ 2024 ທີ່ຫ້ອງປະຊຸມ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງຄຳມ່ວນ ໄດ້ຈັດກອງປະຊຸມທາບທາມປະກອບຄໍາເຫັນໃສ່ (ຮ່າງກົດໜາຍວ່າດ້ວຍ ຄວາມປອດໄພທາງໄຊເບີ)ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ຫວາດ ອິນຄຳວົງ ເລຂາຄະນະພັກຮາກຖານ,ຫົວໜ້າພະແນກ ຕສ ແຂວງ,ມີບັນດາຄະນະພັກ,ຄະນະພະແນກ,ຫົວໜ້າຂະແໜງ-ຮອງຂະແໜງ,ຫ້ອງການ ເຕັກໂນໂລຊີ ແລະ ການສື່ສານ ເມືອງໜອງບົກ,ບໍລິສັດ ລາວໂທລະຄົມ ມະຫາຊົນ,ບໍລິສັດ ອີທີແອລ ຈຳກັດ ແລະ ພະນັກງານ-ລັດຖະກອນພາຍໃນພະແນກເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ຕີຕ້າ ດາລະສຸກ ຫົວໜ້າຂະແໜງ ບໍລິຫານລັດດິຈີຕອນ ແລະ ຄວາມປອດໄພໄຊເບີ ກໍ່ໄດ້ໃຫ້ກຽດຜ່ານຮ່າງກົດໜາຍວ່າດ້ວຍ ຄວາມປອດໄພທາງໄຊເບີ ກົດຫມາຍສະບັບນີີ້ ການົດ ຫຼັກການ, ລະບຽບການ ແລະມາດຕະການກ່ຽວກັບການຄຸ້ມຄອງ ແລະ ການຕິດຕາມ ກວດກາ ວຽກງານຄວາມປອດໄພທາງໄຊເບີ ເພື່ອເຮັດໃຫ້ວຽກວຽກງານດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ແລະ ປະສິດທິຜົນ ແນ່ໃສ່ ປົກປ້ອງຄວາມໜັ້ນຄົງຂອງຊາດ,ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ,ຮັບປະກັນຄວາມປອດໄພຂອງຂໍ້ມູນຂ່າວສານ,ລະບົບໂຄງລ່າງພື້ນຖານທີື່ສາຄັນ ແລະ ລະບົບດິຈິຕອນ ຂອງລັດ, ອົງການຈັດຕັີ້ງ ແລະ ບຸກຄົນ ຮັບປະກັນສົົ່ງເສີມການພັດທະນານາເສດຖະກິດ-ສັງຄົມດິຈິຕອນ ຢ່າງປອດໄພ ແລະ ຍືນຍົງ, ສ້າງຄວາມເຊື່ອໜັ້ນໃນການນໍາໃຊ້ເຕັກໂນໂລຊີດິຈີຕອນ ແລະ ອິນເຕີເນັດສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົດປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

ຄວາມປອດໄພທາງໄຊເບີ ແມ່ນການປົກປ້ອງລະບົບຄອມພິວເຕີ,ເຄື່ອຂ່າຍ,ໂປຣແກຣມ ແລະ ຂໍ້ ມູນ ຈາກການເຂົ້າເຖິງທີບໍ່ໄດ້ຮັບອະນຸຍາດ,ການໂຈມຕີ ຫຼື ຄວາມເສຍຫາຍ ທີປະກອບດ້ວຍການປົກປ້ອງຂໍ້ ມູນສ່ວນຕົວ ແລະ ຂໍ້ມູນສໍາຄັນຂອງຫນ່ວຍງານ,ການຮັກສາຄວາມຖືກຕ້ອງຂອງລະບົບ ແລະ ເຄື່ອຂ່າຍ, ການ ປ້ອງກັນການໂຈມຕີທາງໄຊເບີໃນຮູບແບບຕ່າງໆ ແລະ ການຮັບປະກັນຄວາມພ້ອມໃຊ້ງານຂອງລະບົບ ແລະ ຂໍ້ ມູນ.ຮ່າງກົດໜາຍດັ່ງກ່າວປະກອບດ້ວຍ 11 ພາກ,13 ໜວດ 80 ມາດຕາ ແລະ ມີ 5 ຂໍ້ຫ້າມຄື:01 ຂໍ້ຫ້າມທົ່ວໄປ,02 ຂໍ້ຫ້າມສຳລັບໜ່ວຍງານໂຄງລ່າງພື້ນຖານທີ່ສໍາຄັນຂອງຊາດ,03 ຂໍ້ຫ້າມສຳລັບຜູ້ໃຫ້ບໍລິການ,04 ຂໍ້ຫ້າມສຳລັບຜູ້ໃຊ້ບໍລິການ ແລະ ຂໍ້ຫ້າມສຳລັບເຈົ້າໜ້າທີ່ ແລະ ພະນັກງານທີ່ກ່ຽວຂ້ອງ.ໃນກອງປະຊຸມດັ່ງກ່າວບັນດາຜູ້ເຂົ້້າຮ່ວມຍັງໄດ້ມີການປະກອບຄໍາຄິດເຫັນໃສ່ຮ່າງກົດໜາຍວ່າດ້ວຍ ຄວາມປອດໄພທາງໄຊເບີຢ່າງກົງໄປ-ກົງມາ ເພື່ອເຮັດໃຫ້ກອງປະຊຸມມີຄວາມສົມບູນຂຶ້ນກ່ວາເກົ່າ.ມາຮອດເວລາ 11:30 ກອງປະຊຸມກໍ່ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ.

