ພະແນກ ຕສ ແຂວງ ຈັດພິທີປາຖະກະຖາ ວັນໄປສະນີ ແລະ ວັນໂທະລະຄົມມະນາຄົມ ແຫ່ງຊາດ ຄົບຮອບ 60 ປີ (13 ມີນາ 1965-13 ມີນາ 2025)

19/03/2025

ພະແນກ ຕສ ແຂວງ ຈັດພິທີປາຖະກະຖາ ວັນໄປສະນີ ແລະ ວັນໂທະລະຄົມມະນາຄົມ ແຫ່ງຊາດ ຄົບຮອບ 60 ປີ (13 ມີນາ 1965-13 ມີນາ 2025)

ໃນຕອນເຊົ້າຂອງວັນທີ 13 ມີນາ 2025 ທີ່ຫ້ອງປະຊຸມພະແນກເຕັກໂນໂລຊີແລະການສື່ສານແຂວງຄໍາມ່ວນໄດ້ຈັດພິທີປາຖະກະຖາເລົ່າຄືນມູນເຊື້ອເນື່ອງໃນໂອກາດວັນໄປສະນີ ແລະວັນໂທະລະຄົມມະນາຄົມແຫ່ງຊາດຄົບຮອບ 60 ປີ (13ມີນາ1965-13 ມີນາ 2025)ພາຍໃຕ້ຄໍາຂວັນ (ພັດທະນາໂຄງລ່າງພື້ນຖານດີຈິຕອນຂອງ ສປປ ລາວໃຫ້ເຂັ້ມແຂງ ແລະ ຍືນຍົງ) ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ເຜີຍແຜ່ເອກະສານຂອງທ່ານ ຫວາດ ອິນຄໍາວົງ ເລຂາຄະນະພັກຮາກຖານ, ຫົວໜ້າ ພະແນກ ຕສ ແຂວງຄໍາມ່ວນ, ມີບັນດາພະນັກງານໃນຂົງເຕັກໂນໂລຊີ ແລະ ການສື່ສານ ພາຍໃນແຂວງຄໍາມ່ວນ ເຂົ້າຮ່ວມທັງໝົດ 40 ທ່ານ, ຍິງ 21 ທ່ານ.

ໃນໂອກາດດັ່ງກ່າວ ທ່ານ ຫວາດ ອິນຄໍາວົງ ກໍ່ໄດ້ໃຫ້ກຽດເລົ່າຄືນມູນເຊື້ອປະຫວັດຄວາມເປັນມາໂດຍ ລາວສັງເຂບວ່າ:ຕະຫຼອດໄລຍະຜ່ານມາວຽກງານໄປສະນີ ແລະໂທລະຄົມມະນາຄົມຂອງ ສປປ ລາວ ສາມາດສ້າງຜົນງານອັນໃຫຍ່ຫຼວງ, ຫຼາຍດ້ານເປັນຕົ້ນແມ່ນວຽກງານໄປສະນີໄດ້ຫັນມານໍາໃຊ້ເຕັກໂນໂລຊີດິຈິຕອນຮອງຮັບທຸລະກິດອອນລາຍ, ເພີ່ມປະສິດທິພາບແລະສິ່ງທີ່ພົ້ນເດັ່ນແມ່ນໄດ້ສ້າງລະບົບລວມສູນການກວດກາ ແລະ ເພື່ອເພີ່ມຄວາມສະດວກໃນການໃຫ້ບໍລິການແລະຫຼຸດເວລາການຂົນສົ່ງທີ່ເປັນມິດຕໍ່ສິ່ງແວດລ້ອມ.ຕິດຕາມເຄື່ອງຝາກໄປສະນີພາຍໃນປະເທດຊຶ່ງອໍານວຍຄວາມສະດວກໃຫ້ແກ່ການຕິດຕາມ ກວດກາ ແລະ ເກັບກຳຂໍ້ມູນສະຖິຕິ, ຜູ້ປະກອບການໄປສະນີ ແລະ ຜູ້ຊົມໃຊ້ສາມາດຕິດຕາມເຄື່ອງຝາກຂອງຕົນໄດ້ຕະຫຼອດເວລາ. ໃນປີ 2025Dມີຈຳນວນຜູ້ປະກອບການຂະແໜງໄປສະນີ ທັງໝົດ 63 ບໍລິສັດ, ໃນນັ້ນ ບໍລິສັດບໍລິການພາຍໃນແຂວງ ມີ 52 ບໍລິສັດ, ບໍລິສັດບໍລິການສະເພາະລະຫວ່າງປະເທດ ມີ 4 ບໍລິສັດ ແລະ ບໍລິສັດບໍລິການທັງພາຍໃນ ແລະ ລະຫວ່າງປະເທດ ມີ 7 ບໍລິສັດ, ມີປ່ອງທີ່ໃຫ້ບໍລິການທາງດ້ານໄປສະນີທັງໝົດ 1.161 ແຫ່ງ ຊຶ່ງກວມເອົາທຸກແຂວງ, ທຸກເມືອງ ແລະ ເກືອບທຸກບ້ານ ໃນຂອບເຂດທົ່ວປະເທດ, ສາມາດສ້າງລາຍຮັບໄດ້ 198 ຕື້ກວ່າກີບ, ແລະ ມອບພັນທະອາກອນເຂົ້າງົບປະມານແຫ່ງຊາດ ຈໍານວນ 14 ຕື້ກວ່າກີບ.

ໃນວຽກງານໂທລະຄົມມະນາຄົມ ກໍເຫັນວ່າ ປະຈຸບັນນີ້ຢູ່ປະເທດເຮົາມີຜູ້ໃຫ້ບໍລິການໂທລະຄົມມະນາຄົມ ຈໍານວນ 6 ບໍລິສັດ, ບໍລິສັດສະໜອງສິ່ງອໍານວຍຄວາມສະດວກທາງດ້ານໂທລະຄົມມະນາຄົມ ຈຳນວນ 3 ບໍລິສັດ ແລະ ຜູ້ໃຫ້ບໍລິການອິນເຕີເນັດປະເພດ I ຈຳນວນ 10 ບໍລິສັດ, ປະເພດ II ຈໍານວນ 3 ບໍລິສັດ, ແລະ ປະເພດ III ຈໍານວນ 7 ບໍລິສັດ. ຈຸດເຊື່ອມຕໍ່ສາຍສົ່ງໂທລະຄົມມະນາຄົມ ເຂົ້າ-ອອກ ສປປ ລາວ ມີທັງໝົດ 22 ຈຸດ ໃນ 14 ແຂວງ. ບັນດາຫົວໜ່ວຍທຸລະກິດເຫຼົ່ານັ້ນ ສາມາດສ້າງລາຍຮັບໄດ້ ໃນປີ 2025 ຈໍານວນ 5.818 ຕື້ກວ່າກີບ, ໄດ້ມອບພັນທະໃຫ້ລັດ 482 ຕື້ກວ່າກີບ. 17.153 ກິໂລແມັດ, ຕື້ກວ່າກີບ ແລະ ຂະຫຍາຍສາຍກາບໄຍແສງໄດ້ທັງໝົດ 97.153 ກິໂລແມັດ.ຂະຫຍາຍສັນຍານໂທລະສັບມືຖືໄດ້ທົ່ວທຸກແຂວງ, ທຸກເມືອງ, ສັນຍານໂທລະສັບມືຖື ລະບົບ 3G ຄວບຄຸມໄດ້ 85%, 4G ຄວບຄຸມໄດ້ 76% ຂອງຈໍານວນບ້ານທັງໝົດ ແລະ ໄດ້ໃຫ້ບໍລິການສັນຍານ 5G ເລີ່ມແຕ່ຕົ້ນປີ 2024 ເປັນຕົ້ນມາ ຊຶ່ງຄາດວ່າໃນປີ ຈະຄວບຄຸມໄດ້ 2026 17% ຂອງຕົວເມືອງໃຫຍ່ຢູ່ພາຍໃນແຂວງ. ປະຈຸບັນນີ້, ການນໍາໃຊ້ໂທລະສັບຕັ້ງໂຕະ ແລະ ມີຖື ມີທັງໝົດ 7,3 ລ້ານເລກໝາຍ, ໃນປີ 2024 ຜ່ານມາ ສະສົມທຶນໃຫ້ແກ່ການພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນໄປສູ່ເຂດຫ່າງໄກສອກຫຼີກ ແລະ ຮັບປະກັນຄວາມປອດໄພໃຫ້ແກ່ຜູ້ຊົມໃຊ້.

 

ແຈ້ງການ
ວິດີໂອ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ຕິດຕາມຂ່າວສານພະແນກ