ໜ່ວຍຊາວໜຸ່ນ ພະແນກ ຕສ ແຂວງ ເຂົ້າຮ່ວມສ້າງຂະບວນການອານາໄມລວມ

19/03/2025

ໜ່ວຍຊາວໜຸ່ນ ພະແນກ ຕສ ແຂວງ ເຂົ້າຮ່ວມສ້າງຂະບວນການອານາໄມລວມ

ໃນຕອນເຊົ້າຂອງວັນທີ 13 ມີນາ 2025 ໜ່ວຍຊາວໜຸ່ນ ພະແນກ ເຕັກໂນໂລຊີ ແລະ ການສື່ສານແຂວງຄໍາມ່ວນ ເຂົ້າຮ່ວມສ້າງຂະບວນການອານາໄມລວມຮ່ວມກັບບັນດາພະແນກການ,ຫ້ອງການອ້ອມຂ້າງແຂວງຄຳມ່ວນ.ສ້າງຂະບວນການອານາໄມລວມເພື່ອຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆຂອງຊາດ.ເວົ້າລວມເວົ້າສະເພາະເພື່ອເປັນການສ້າງຂະບວນການ,ສ້າງຜົນງານຄຳນັບຮັບຕ້ອນ 3 ວັນປະຫວັດສາດ ໂດຍສະເພາະແມ່ນ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 70 ປີ(22 ມີນາ 1955-22 ມີນາ 2025),ວັນນັບຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 77 ປີ(21 ມີນາ 1946-21 ມີນາ 2025),ວັນສ້າງຕັ້ງຄະນະຊາວໜຸ່ນ ປະຊາຊົນປະຕິວັດລາວຄົບຮອບ 70 ປີ(14 ເມສາ 1955- 14 ເມສາ 2025)ໃຫ້ມີບັນຍາກາດຟົດຟືນ.ໂດຍການນໍາພາຂອງ ທ່ານ ພົມລິຄິດ ຍົນແສງ ຫົວໜ້າ ເຕັກໂນໂລຊີ ແລະ ນະວັດຕະກຳ,ເລຂາໜ່ວຍຊາວໜຸ່ນ ພະແນກ ຕສ ແຂວງ ຕະຫຼອດຮອດສະມາຊິກໜ່ວຍຊາວໜຸ່ນພະແນກ ຕາ ແຂວງ ລວມ 10 ສະຫາຍເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.

 

ແຈ້ງການ
ວິດີໂອ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ຕິດຕາມຂ່າວສານພະແນກ