ພະແນກ ຕສ ແຂວງຄໍາມ່ວນຮ່ວມກັບບັນດາບໍລິສັດຜູ້ໃຫ້ບໍລິການດ້ານໂທລະຄົມມະນາຄົມ ສ້າງຂະບວນການຂີ່ລົດຖີບເພື່ອຊົມເຊີຍວັນໄປສະນີ ແລະ ວັນໂທລະຄົມມະນາຄົມແຫ່ງຊາດຄົບຮອບ 60 ປີ

19/03/2025

ພະແນກ ຕສ ແຂວງຄໍາມ່ວນຮ່ວມກັບບັນດາບໍລິສັດຜູ້ໃຫ້ບໍລິການດ້ານໂທລະຄົມມະນາຄົມ ສ້າງຂະບວນການຂີ່ລົດຖີບເພື່ອຊົມເຊີຍວັນໄປສະນີ ແລະ ວັນໂທລະຄົມມະນາຄົມແຫ່ງຊາດຄົບຮອບ 60 ປີ

ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຄໍາມ່ວນຮ່ວມກັບບັນດາບໍລິສັດຜູ້ໃຫ້ບໍລິການດ້ານໂທລະຄົມມະນາຄົມສ້າງຂະບວນການຂີ່ລົດຖີບເພື່ອຊົມເຊີຍວັນໄປສະນີ ແລະ ວັນໂທລະຄົມມະນາຄົມແຫ່ງຊາດຄົບຮອບ 60 ປີ ( 13 ມີນາ 1965 – 13 ມີນາ 2025 ) ຕິດພັນກັບຂະບວນການສະເຫຼີມສະຫຼອງ 3 ວັນປະຫວັດສາດຄື : ວັນສ້າງຕັ້ງປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ , ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ອະດີດຜູ້ນໍາທີ່ແສນເຄົາລົບຮັກຂອງຊາດ,ຂອງພັກຄົບຮອບ 105 ປີ .

ກິດຈະກໍາຂີ່ລົດຖີບເພື່ອຊົມເຊີຍວັນໄປສະນີ ແລະ ວັນໂທລະຄົມມະນາຄົມແຫ່ງຊາດປີນີ້ແມ່ນໄດ້ຈັດຂຶ້ນພາຍໃຕ້ຄໍາຂວັນ “ ພັດທະນາໂຄງລ່າງພື້ນຖານດີຈີຕ໋ອນຂອງ ສປປ ລາວໃຫ້ເຂັ້ມແຂງ ແລະ ຍືນຍົງ ” ພ້ອມທັງເຜີຍແຜ່ ແລະ ໂຄສະນາປູກຈິດສໍານຶກໃຫ້ພະນັກງານ,ທະຫານ,ຕໍາຫຼວດ,ບັນດາຫົວໜ່ວຍທຸລະກິດ, ຜູ້ຊົມໃຊ້ ແລະ ຜູ້ບໍລິການດ້ານໄປສະນີ,ໂທລະຄົມມະນາຄົມ , ອິນເຕີເນັດ ແລະ ປະຊາຊົນລາວບັນດາເຜົ່າພາຍໃນແຂວງຄໍາມ່ວນໃຫ້ຮັບຮູ້ ແລະ ເຫັນໄດ້ຄວາມໝາຍ,ຄວາມສໍາຄັນ,ການເຕີບໃຫຍ່ຂະຫຍາຍຕົວຂອງວຽກງານໄປສະນີ,ໂທລະຄົມມະນາຄົມໃນໄລຍະທີ່ຜ່ານມາ . ພິທີແມ່ນໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 14 ມີນາ 2025 ຢູ່ທີ່ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ. ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງໆ ຄໍາມ່ວນ , ທ່ານ ຫວາດ ອິນຄໍາວົງ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ,ມີບັນດາຕາງໜ້າພະແນການ , ບັນດາທ່ານອໍານວຍການ,ຮອງອໍານວຍການບໍລິສັດໄປສະນີ,ໂທລະຄົມມະນາຄົມ , ຂະແໜງການ , ບັນດານັກຖີບລົດຈາກສະໂມສອນລູກສີໂຄດ , ສະໂມສອນໄຣເດີ້ , ສະໂມສອນນ້ອງໃໝ່ , ສະໂມສອນຍິງຮ່ວມໃຈຕະຫຼອດເຖິງຜູ້ທີ່ມີຄວາມໝັກຮັກໃນການຂີລົດຖີບເພື່ອສຸຂະພາບກໍ່ໄດ້ເຂົ້າຮ່ວມໃນກິດຈະກໍາຄັ້ງນີ້ .

ທ່ານ ຫວາດ ອິນຄໍາວົງ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງໄດ້ກ່າວວ່າ : ວຽກງານ ໄປສະນີ ແລະ ໂທລະຄົມມະນາຄົມ ແມ່ນເປັນວຽກໜຶ່ງທີ່ມີຄວາມໝາຍສໍາຄັນຂອງຊາດ ໂດຍສະເພາະແມ່ນ ສປປ ລາວ ເຊິ່ງມັນໄດ້ປະກອບສ່ວນເຂົ້າໃນພາລະກິດໄລຍະຕໍ່ສູ້ກູ້ຊາດກໍ່ຄືໄລຍະແກ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ , ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃສ່ການພັດທະນາເສດຖະກິດ-ສັງຄົມມາຢ່າງຕໍ່ເນື່ອງ ແລະ ແຂງແຮງທີ່ສຸດເຮັດໃຫ້ສັງຄົມມີຄວາມຈະເລີນກ້າວໜ້າ ແລະ ຈະເລີນຮຸ່ງເຮືອງຢ່າງພົ້ນເດັ່ນ ໂດຍສະເພາະແມ່ນການຫັນເປັນເສດຖະກິດດີຈີຕອນເຊິ່ງຖືວ່າມີຄວາມຈໍາເປັນ ແລະ ສໍາຄັນທີ່ສຸດ . ດັ່ງນັ້ນ,ພັກ ແລະ ລັດຖະບານແຫ່ງ ສປປ ລາວ ຈິ່ງໄດ້ຖືເປັນສໍາຄັນ ,ໂດຍໄດ້ຮັບຮອງ ແລະ ປະກາດວັນທີ 13 ມີນາຂອງທຸກໆປີເປັນການສະເຫຼີມສະຫຼອງວັນໄປສະນີ ແລະ ວັນໂທລະຄົມມະນາຄົມແຫ່ງຊາດ ພ້ອມນັ້ນຍັງໄດ້ກໍານົດໃນກົດໝາຍມາດຕາທີ 63 ຂອງກົດໝາຍວ່າດ້ວຍການໄປສະນີ ແລະ ມາດຕາທີ 53 ຂອງກົດໝາຍວ່າດ້ວຍການໂທລະຄົມ ເຊິ່ງປີນີ້ແມ່ນເປັນປີທີ່ຄົບຮອບ 60 ປີພໍດີເຊິ່ງກະຊວງໄດ້ຈັດໃຫ້ມີປາຖະກະຖາ ແລະ ການສະເຫຼີມສະຫຼອງພາຍໃຕ້ຄໍາຂວັນທີ່ກະຊວງກໍານົດຂຶ້ນຄື: “ ພັດທະນາໂຄງລ່າງພື້ນຖານດີຈີຕ໋ອນຂອງ ສປປ ລາວໃຫ້ເຂັ້ມແຂງ ແລະ ຍືນຍົງ ” ຢ່າງເລິກເຊິ່ງ ແລະ ປັນຂະບວນຟົດຟື້ນໃນຂອບຂອບເຂດທົ່ວປະເທດ . ສໍາລັບພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຄໍາມ່ວນແມ່ນໄດ້ສົມທົບຮ່ວມກັບບັນດາບໍລິສັດຜູ້ໃຫ້ບໍລິການດ້ານໂທລະຄົມມະນາຄົມຈັດປາຖະກະຖາເພື່ອຫວນຄືນປະຫວັດຄວາມເປັນມາຂອງວັນດັ່ງກ່າວໄດ້ສໍາເລັດລົງໃນວັນທີ 13 ມີນາ 2025 ຜ່ານມາ . ຈາກນັ້ນທຸກພາກສ່ວນທີ່ເຂົ້າຮ່ວມກິດຈະກໍາຂີ່ລົດຖີບກໍ່ໄດ້ປ່ອຍຂະບວນຈາກພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຂຶ້ນໄປຕາມເສັ້ນທາງເລກທີ 13 ໃຕ້ແລ້ວລ້ຽວຊ້າວເຂົ້າສູ່ຖະໜົນບັນເທີງຮອດ 3 ແຍກ ( ໂຮງກັ່ນນໍ້າປະປາ ) ແລ້ວລ້ຽວຊ້າຍຊື່ໄປຕາມຖະໜົນເຈົ້າອານຸວົງຮອດຫໍໄຫວ້ມູນເຊື້ອ 21 ມີນາ ( ນໍ້າພຸເກົ່າ ) ແລ້ວລ້ຽວຊ້າຍຊື່ໄປຕາມຖະໜົນກຸວໍລະວົງຮອດວົງວຽນຫຼັກ 2 ແລ້ວລ້ຽວຂວາຊື່ໄປຕາມຖະໜົນຫຼັກ 3 ຮອດສາມແຍກບ້ານຄໍາບອນແລ້ວລ້ຽວຊ້າຍຊື່ໄປຕາມເສັ້ນທາງເລກທີ 13 ໃຕ້ມຸ້ງໜ້າກັບມາຫາພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງເຊິ່ງໄລຍະທາງການຂີ່ລົດຖີບໃນຄັ້ງນີ້ແມ່ນ 15 ກິໂລແມັດ ແລະ ມີຜູ້ເຂົ້າຮ່ວມ 70 ກວ່າຄົນ .

 

ແຈ້ງການ
ວິດີໂອ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ຕິດຕາມຂ່າວສານພະແນກ