ກອງປະຊຸມ ແນະນຳຂັ້ນຕອນໃນການກຳນົດຜົນສຳເລັດການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ພະແນກ ຕສ ແຂວງ

19/03/2025

ກອງປະຊຸມ ແນະນຳຂັ້ນຕອນໃນການກຳນົດຜົນສຳເລັດການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ພະແນກ ຕສ ແຂວງ

ໃນຕອນບ່າຍຂອງວັນທີ່ 17 ມີນາ 2025 ທີ່ຫ້ອງປະຊຸມພະແນກ ຕສ ແຂວງໄດ້ຈັດກອງປະຊຸມແນະນຳຂັ້ນຕອນໃນການກຳນົດຜົນສຳເລັດການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງຄຳມ່ວນ.ພາຍໃຕ້ການເປັນປະທານຂອງທ່ານ ນ ແສງຈັນ ໄພຍະແສງ ຮອງເລຂາໜ່ວຍພັກ,ຮອງຫົວໜ້າພະແນກ ຕສ ແຂວງ,ມີບັນດາຫົວໜ້າຂະແໜງ-ຮອງຂະແໜງ ແລະ ພະນັກງານ-ລັດຖະກອນພາຍໃນພະແນກເຂົ້າຮ່ວມທັງໜົດ 24 ທ່ານ,ຍິງ 12 ທ່ານ. ໃນພິທີດັ່ງກ່າວ ທ່ານ ແບັກໂກ້ ສີຫານາດ ຮອງຫົວໜ້າຂະແໜງຄຸ້ມຄອງລັດຖະກອນກໍ່ໄດ້ໃຫ້ກຽດຜ່ານຂັ້ນຕອນໃນການກຳນົດຜົນສຳເລັັດ,ການກຳນົດຜົນສຳເລັດການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ແບ່ງອອກເປັນ 3 ປະເພດຄື:ການກຳນົດຜົນສຳເລັດຂອງຜູ້ທີ່ມີຕຳແໜ່ງບໍລິຫານ,ການກຳນົດຜົນສຳເລັດຂອງວິຊາການ,ການກຳນົດຜົນສຳເລັດຂອງລັດຖະກອນຊ່ວຍວຽກບໍລິຫານ,ຜ່ານຮ່າງຂໍ້ຕົກລົງ ຜົນສຳເລັດຂອງຄະນະພະແນກ ແລະ ຮ່າງຂໍ້ຕົກລົງ ຜົນສຳເລັດຂອງຂະແໜງ. ຈຸດປະສົງ:ເພື່ອໃຫ້ບັນດາພະນັກງານ-ລັດຖະກອນພາຍໃນພະແນກເຂົ້າໃຈເລີກເຊິ່ງໃນການຂຽນຜົນສຳເລັດຂອງຕົນເອງໃນແຕ່ລະດ້ານອອກມາໃຫ້ມີປະສິດທິຜົນສູງ ເພື່ອເປັນບ່ອນອີງ, ເປັນຕົວຊີ້ວັດ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຄວາມຮັບຜິດຊອບຂອງຕົນ.ໂດຍສະເພາະການຕີລາຄ່າຕົນເອງ ຈຸດດີ ແລະ ຂໍ້ຄົງຄ້າງ, ການໃຫ້ຄະແນນເພື່ອນໍາໄປສູ່ການສ້າງພະນັກງານທີ່ມີຄຸນນະພາບ ມີຄວາມຮູ້, ຄວາມສາມາດ, ມີຈັນຍາບັນຕໍ່ຕົນເອງ.

 

ແຈ້ງການ
ວິດີໂອ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ຕິດຕາມຂ່າວສານພະແນກ