ສາມອົງການຈັດຕັ້ງມະຫາຊົນ ພະແນກ ຕສ ແຂວງ ສ້າງຂະບວນການອານາໄມລວມເພື່ອຕ້ອນຮັບວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 70 ປີ
24/03/2025
ໃນຕອນບ່າຍຂອງວັນທີ່ 19 ມີນາ 2025 ສາມອົງການຈັດຕັ້ງມະຫາຊົນ ພະແນກ ຕສ ແຂວງ ສ້າງຂະບວນການອານາໄມລວມເພື່ອຕ້ອນຮັບວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ວັນທີ 22 ມີນາ 1955-22 ມີນາ 2025.ການສ້າງຂະບວນການໃນຄັ້ງນີ້ແມ່ນໄດ້ພ້ອມກັນ ຕິດປ້າຍຄຳຂວັນ ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 70 ປີ ຢ່າງສຸດໃຈ,ປັດກວດ,ເກັບຂີ້ເຫຍື້ອຈູດ.ຢູ່ຕໍ່ໜ້າສຳນັກງານຫ້ອງການໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໂດຍການນຳພາຂອງ ທ່ານ ແອໃຫຍ່ ຈັນທະລາ ຫົວໜ້າຂະແໜງ ບໍລິຫານ-ຈັດຕັ້ງ ແລະ ກວດກາ ຢ່າງເປັນຂະບວນຟົດຟື້ນ. ເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນ 3 ວັນປະຫວັດສາດໃນປີ 2025 ເວົ້າລວມເວົ້າສະເພາະເພື່ອຕ້ອນຮັບກອງປະຊຸມໃຫຍ່ຂອງຮາກຖານພັກ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງຄຳມ່ວນ ອີກດ້ານໜຶ່ງເພື່ອເຮັດໃຫ້ສະຖານດັ່ງກ່າວ ມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະອາດງາມຕາ.


