ພະແນກ ຕສ ແຂວງ ຮ່ວມກັບບັນດາບໍລິສັດຜູ້ໃຫ້ບໍລິການດ້ານໂທລະຄົມມະນາຄົມ ລົງກວດກາມ້ຽນມັດສາຍໂທລະສັບ ແລະ ສາຍອິນເຕີເນັດ

24/03/2025

ພະແນກ ຕສ ແຂວງ ຮ່ວມກັບບັນດາບໍລິສັດຜູ້ໃຫ້ບໍລິການດ້ານໂທລະຄົມມະນາຄົມ ລົງກວດກາມ້ຽນມັດສາຍໂທລະສັບ ແລະ ສາຍອິນເຕີເນັດ

ໃນວັນທີ່ 18 ມີນາ 2025 ວິຊາການຂອງພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຄໍາມ່ວນ ຮ່ວມກັບວິຊາການຂອງບັນດາບໍລິສັດຜູ້ໃຫ້ບໍລິການດ້ານໂທລະຄົມມະນາຄົມ ລົງກວດກາມ້ຽນມັດສາຍໂທລະສັບ ແລະ ສາຍອິນເຕີເນັດ ຢູ່ຈຸດສາມແຍກບ້ານພັກພູຄັນນາ ຫາສີ່ແຍກສູນກວດກາເຕັກນິກ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ.ເຄື່ອນໄຫວໃນຄັ້ງນີ້ ກໍ່ເພື່ອຄວາມເປັນລະບຽບຮຽບຮ້ອຍ, ຄວາມຈົບງາມ-ງາມຕາ ອີກດ້ານໜຶ່ງເພື່ອຫຼີກລ່ຽງສາຍທີ່ໂຕ່ງຍ່ານທີ່ຈະພາໃຫ້ເກີດອຸບັດຕິເຫດຕາມເສັ້ນທາງໃນການສັນຈອນໄປມາຕາມສາຍທາງ ແລະ ເຮັດໃຫ້ພາຍໃນເທດສະບານເມືອງທ່າແຂກເປັນເມືອງທີ່ໜ້າຢຸ່ສະອາດງາມຕາ.

 

ແຈ້ງການ
ວິດີໂອ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ຕິດຕາມຂ່າວສານພະແນກ