ພະແນກ ຕສ ເປີດກອງປະຊຸມປືກສາຫາລື ຮ່ວມກັບບັນດາສາຂາບໍລິສັດໂທລະຄົມມະນາຄົມກ່ຽວກັບວຽກງານການຂື້ນທະບຽນເລກໝາຍໂທລະສັບ

02/04/2025

ພະແນກ ຕສ ເປີດກອງປະຊຸມປືກສາຫາລື ຮ່ວມກັບບັນດາສາຂາບໍລິສັດໂທລະຄົມມະນາຄົມກ່ຽວກັບວຽກງານການຂື້ນທະບຽນເລກໝາຍໂທລະສັບ

ໃນຕອນບ່າຍຂອງວັນທີ 01 ເມສາ 2025 , ເວລາ 14 ໂມງ 00 ນາທີ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງໄດ້ເປີດ ກອງປະຊຸມ ປຶກສາຫາລືກ່ຽວກັບການຂຶ້ນທະບຽນເລກໝາຍໂທລະສັບ ຮ່ວມກັບສາຂາບໍລິສັດ ສະຕຣາໂທລະຄົມມະນາຄົມ ຈໍາກັດ, ສາຂາບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ສາຂາບໍລິສັດ ອີທີແອລ ຈໍາກັດ ແລະ ສາຂາບໍລິສັດ ເບັສເທເລຄອມ ຈຳກັດ ຂື້ນຢູ່ທີ່ຫ້ອງປະຊຸມນ້ອຍຂອງພະແນກດັ່ງກ່າວ. ໂດຍການເປັນປະທານຂອງ ທ່ານ ນາງ ແສງຈັນ ໄພຍະແສງ ຮອງຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານແຂວງ(ຜູ້ຊີ້ນຳຂະແໜງໄປສະນີ ແລະ ການສື່ສານ), ມີອຳນວຍການສາຂາບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ຮອງຜູ້ອໍານວຍການ ສາຂາບໍລິສັດ ສະຕຣາໂທລະຄົມມະນາຄົມ ຈຳກັດ, ຮອງອໍານວຍການ ສາຂາບໍລິສັດ ອີທີແອລ ຈຳກັດ ແລະ ຮອງອໍານວຍການສາຂາບໍລິສັດເບັສເທເລຄອມ ຈຳກັດ ຕະຫຼອດຮອດຫົວໜ້າຂະແໜງ, ຮອງຂະແໜງ, ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມກອງປະຊຸມທັງໝົດ 16 ທ່ານ, ຍິງ 08 ທ່ານ. #ຈຸດປະສົງຂອງກອງປະຊຸມ: ກໍ່ເພື່ອປຶກສາຫາລືລາຍງານເຖິງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ແລະ ວາງທິດທາງແຜນການໃນການຈັດຕັ້ງປະຕິບັດກ່ຽວກັບການຂື້ນທະບຽນເລກໝາຍໂທລະສັບ ໃຫ້ສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້;

 

ແຈ້ງການ
ວິດີໂອ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ຕິດຕາມຂ່າວສານພະແນກ