02/04/2025
ຄະນະກຳມະການຄຸ້ມຄອງອິນເຕີເນັດຂັ້ນແຂວງຄຳມ່ວນ (ຄຄອຂ) ໄດ້ຈັດກອງປະຊຸມ ສະຫຼຸບວຽກງານຄະນະກຳມະການຄຸ້ມຄອງອິນເຕີເນັດຂັ້ນແຂວງ ປະຈຳປີ 2024 ແລະ ວາງທິດທາງແຜນການໃນຕໍ່ໜ້າ ເຊິ່ງໄດ້ຈັດຂຶ້ນໃນວັນທີ 27 ມີນາ 2025, ທີ່ຫ້ອງປະຊຸມຫ້ອງວ່າການແຂວງຄຳມ່ວນ. ໂດຍການເປັນປະທານຂອງ ທ່ານ ປອ ແກ້ວອຸດອນ ບຸດສິງຂອນ, ກໍາມະການປະຈຳພັກແຂວງ, ຮອງເຈົ້າແຂວງໆຄຳມ່ວນ, ປະທານຄະນະກຳມະການຄຸ້ມຄອງອິນເຕີເນັດແຂວງຄຳມ່ວນ, ເຊິ່ງມີຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ຮອງປະທານ-ຜູ້ປະຈຳການ, ພ້ອມດ້ວຍບັນດາຮອງຫົວໜ້າພະແນກການ, ຫົວໜ້າຫ້ອງວ່າການເມືອງ ແລະ ບັນດາທ່ານໃນ ຄະນະກຳມະການຄຸ້ມຄອງອິນເຕີເນັດຂັ້ນແຂວງເຂົ້າຮ່ວມກອງປະຊຸມ.

ໃນກອງປະຊຸມ ທ່ານ ຫວາດ ອິນຄຳວົງ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ຮອງປະທານ ຄຄອຂ ຄຳມ່ວນ (ຜູ້ປະຈຳການ), ກໍ່ໄດ້ໃຫ້ກຽດຂື້ນຜ່ານ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະກຳມະການຄຸ້ມຄອງອິນເຕີເນັດຂັ້ນແຂວງຄຳມ່ວນ ແລະ ຂໍ້ຕົກລົງວ່າດ້ວຍແຕ່ງຕັ້ງຜູ້ປະສານງານຂອງຄະນະກຳມະການຄຸ້ມອິນເຕີເນັດປະຈຳບັນດາພະແນກການອ້ອມຂ້າງແຂວງ. ຫຼັງຈາກນັ້ນ ທ່ານ ດາວໄຫຼ ແກ້ວດວງດີ, ຮອງຫົວໜ້າພະແນກ ຕສ, ຫົວໜ້າກອງເລຂາ ຄະນະກຳມະການຄຸ້ມຄອງອິນເຕີເນັດຂັ້ນແຂວງ ກໍ່ໄດ້ຂື້ນຜ່ານບົດສະຫຼຸບ ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກຂອງ ຄຄອຂ ປະຈໍາປີ 2024 ແລະ ວາງທິດທາງແຜນການໃນຕໍ່ໜ້າ, ພ້ອມທັງຕີລາຄາ ແລະ ຖອດຖອນບົດຮຽນໃນໄລຍະຜ່ານມາ ເພື່ອຄົ້ນຄວ້າປຶກສາຫາລື ແລະ ວາງທິດທາງແຜນການໃນຕໍ່ໜ້າ ເພື່ອເຮັດໃຫ້ວຽກງານການຄຸ້ມຄອງອິນເຕີເນັດພາຍໃນແຂວງມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນກວ່າເກົ່າ.

ເຊິ່ງໃນຕອນທ້າຍຂອງກອງປະຊຸມ ທ່ານປະທານ ກໍ່ໄດ້ມີຄຳເຫັນຊີ້ນຳຕໍ່ກັບການຈັດຕັ້ງປະຕິບັດວຽກງານຂອງ ຄຄອຂ ຄຳມ່ວນ ຊຶ່ງທ່ານໄດ້ຕີລາຄາສູງຕໍ່ການເຄືອນໄຫວວຽກງານໃນໄລຍະຜ່ານມາ ໃນການແກ້ໄຂບັນຫາປາກົດການຫຍໍ້ທໍ້ໃນສັງຄົມ ທີ່ສົ່ງຜົນກະທົບຕໍ່ຄວາມສະຫງົບໃນສັງຄົມ, ສົ່ງຜົນກະທົບໃນທາງລົບ ຕໍ່ວັດທະນະທໍາ-ຮີດຄອງປະເພນີອັນດີງາມຂອງຊາດ, ບັນຫາທີ່ສ້າງຄວາມປັ່ນປ່ວນໃຫ້ມີຄວາມແຕກແຍກ, ໃສ່ຮ້າຍປ້າຍສີ, ສ້າງຂໍ້ມູນບິດເບືອນ ທີ່ສົ່ງຜົນກະທົບທີ່ບໍ່ດີຕໍ່ການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ. ພ້ອມທັງໄດ້ໃຫ້ທິດຊີ້ນຳຕໍ່ກັບຄະນະ ຄຄອຂ ເພື່ອກຳນົດທິດທາງແຜນການໃນໄລຍະຕໍ່ໜ້າໃນການຄົ້ນຄວ້າ, ການກໍານົດບັນດາເປົ້າໝາຍວຽກງານທີ່ສໍາຄັນ ແລະ ຈໍາເປັນ ທີ່ຈະຕ້ອງໄດ້ຄຸ້ມຄອງ, ພັດທະນາ, ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຢ່າງແໜ້ນແຟ້ນ ແລະ ກົມກຽວ ເພື່ອເຮັດໃຫ້ອິນເຕີເນັດ ແລະ ເຕັກໂນໂລຊີດິຈິຕອນ ສາມາດປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຕິດພັນກັບ 2 ວາລະແຫ່ງຊາດ. ພ້ອມນັ້ນ, ກໍຕ້ອງເອົາໃຈໃສ່ຄົ້ນຄວ້າ ແລະ ປັບປຸງບັນດານິຕິກຳໃຫ້ສອດຄ່ອງກັບສະພາບການໃໝ່ ແລະ ເຕັກໂນໂລຊີວິທີການໃໝ່ທີ່ເກີດຂຶ້ນໃນສັງຄົມປັດຈຸບັນ, ເພື່ອເປັນບ່ອນອີງໃຫ້ວຽກງານຄຸ້ມຄອງອິນເຕີເນັດ ແລະ ຄວາມປອດໄພທາງໄຊເບີຢ່າງຄົບຖ້ວນ, ຮັດກຸມ ແລະ ແທດເໝາະກັບສະພາບການ. ທ່ານຍັງເນັ້ນໜັກໃຫ້ເລັ່ງແກ້ໄຂບັນຫາປາກົດການຫຍໍ້ທໍ້ຜ່ານທາງລະບົບໂທລະຄົມມະນາຄົມ ແລະ ອິນເຕີເນັດ ເປັນຕົ້ນແມ່ນ ອາສະຍາກໍາ ແລະ ການຕົວະຍົວະຫຼອກຫຼວງຜ່ານລະບົບອິນເຕີເນັດ, ຜ່ານແກ໋ງຄອນເຊັນເຕີ, ການຮົ່ວໄຫຼຂອງເອກະສານ ຂອງພັກ-ລັດ, ການຮົ່ວໄຫຼຂໍ້ມູນສ່ວນບຸກຄົນ, ຕິດຕາມກວດກາ ແລະ ກັ່ນກອງບັນດາສື່ ແລະ ເວັບໄຊທ໌, ບັນຫາເກມການພະນັນອອນລາຍ ແລະ ສະພາບບັນຫາອື່ນໆ ທີ່ຕ້ອງໄດ້ເລັ່ງກວດກາຕິດຕາມ ແລະແກ້ໄຂໃນຕໍ່ໜ້າ.

