03/09/2025
ໃນຕອນເຊົ້າຂອງວັນທີ່ 28 ພຶດສະພາ 2025 ທີ່ຜ່ານມາທີ່ຫ້ອງປະຊຸມນ້ອຍ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງຄຳມ່ວນໄດ້ຈັດກອງປະຊຸມ ປືກສາຫາຫລືກ່ຽວກັບການສະຫຼຸບລາຍງານວຽກງານສະຖິຕິຂອງສາຂາບໍລິສັດໄປສະນີ ແລະ ໂທລະຄົມມະນາຄົມ ໂດຍການໃຫ້ກຽດເປັນປະທານ ຂອງທ່ານ ຫວາດ ອິນຄຳວົງ ເລຂາຄະນະພັກຮາກຖານ,ຫົວໜ້າພະແນກ ຕສ ແຂວງ ມີບັນດາຄະນະພັກ,ຄະນະພະແນກ,ຫົວໜ້າຂະແໜງ-ຮອງຂະແໜງ,ຜູ້ອຳນວຍການ-ຮອງຜູ້ອຳນວຍການ ພາກສ່ວນສາຂາບໍລິສັດທີ່ໃຫ້ບໍລິການດ້ານໄປສະນີ ໂທລະຄົມມະນາຄົມ ແລະ ພະນັກງານ-ລັດຖະກອນທີ່ກ່ຽວຂ້ອງເຂົ້າຮ່ວມທັງໜົດ 13 ທ່ານ,ຍິງ 05 ທ່ານ. ຈຸດປະສົງ:ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານສະຖິຕິຂອງຂະແໜງການ ເຕັກໂນໂລຊີ ແລະ ການສື່ສານ ແຂວງ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ກອງປະຊຸມໄດ້ຮັບຟັງການເຜີຍແຜ່ຂໍ້ຕົກລົງຂອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານວ່າດ້ວຍວຽກງານສະຖິຕິ ສະບັບເລກທີ 003/ກຕສ,ລົງວັນທີ່ 02 ມັງກອນ 2025.ໃນກອງປະຊຸມບັນດາຜູ້ເຂົ້າຮ່ວມຍັງໄດ້ປຶກສາຫາຫລືປະກອບຄຳຄິດຄຳເຫັນ,ລະດົມແນວຄວາມຄິດ,ຄົ້ນຄວ້າປືກສາຫາຫລື ເພື່ອໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີປະສິດທິພາບ ແລະປະສິດທີຜົນສູງໃນຕໍ່ໜ້າ. ມາຮອດເວລາ 11:30 ໂມງ ກອງປະຊຸມດັ່ງກ່າວໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ.

