03/09/2025
ໃນລະຫວ່າງວັນທີ 13 ມີຖຸນາ 2025 ທີ່ຜ່ານພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງຄຳມ່ວນ(ຂະແໜງ ບໍລິຫານລັດດີຈິຕອນ ແລະຄວາມປອດໄພທາງໄຊເບີ)ໄດ້ຈັດກອງປະຊຸມເຜິຍແຜ່ນິຕິກຳຄຸ້ມຄອງຂໍ້ມູນຂ່າວສານ ຜ່ານອິນເຕີເນັດ ແລະ ການຕ້ານ, ສະກັດກັ້ນອາຊະຍາກຳທາງລະບົບຄອມຜິວເຕີ ພາຍໃນແຂວງຄຳມ່ວນ.ຂຶ້ນທີ່ຫ້ອງປະຊຸມເມືອງຫີນບູນ.ໂດຍການໃຫ້ກຽດເປັນປະທານຮ່ວມຂອງທ່ານ ນິກອນ ຄຸດມະນີ ຮອງເຈົ້າເມືອງຫີນບູນ,ທ່ານ ດາວໄຫຼ ແກ້ວດວງດີ ຮອງຫົວໜ້າພະແນກ ຕສ ແຂວງຄຳມ່ວນ.ມີບັນດາຫົວໜ້າຫ້ອງການ,ປກສ-ປກຊ ຢູ່ຂັ້ນເມືອງ,ຫົວໜ້າຂະແໜງ-ຮອງຂະແໜງ ແລະພະນັກງານ-ລັດຖະກອນພາຍໃນເມືອງເຂົ້າຮ່ວມໜົດ 45 ທ່ານ,ຍິງ 15 ທ່ານ.

ກອງປະຊຸມດັ່ງກ່າວ ໄດ້ຮັບຟັງການຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ຄະນະກຳມະການຄຸ້ມຄອງອິນເຕີເນັດແຂວງຄຳມ່ວນ, ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງຂໍ້ມູນຂ່າວສານຜ່ານອິນເຕີເນັດ ແລະ ການຕ້ານ, ສະກັດກັ້ນອາຊະຍາກຳທາງລະບົບຄອມພິວເຕີຢູ່ແຂວງຄຳມ່ວນ, ຮັບຟັງກ່ຽວກັບການສ້າງຄວາມຮັບຮູ້ດ້ານຄວາມປອດໄພທາງໄຊເບີເຊິ່ງບັນດານິຕິກຳດັ່ງກ່າວ ແມ່ນໄດ້ກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ການຕິດຕາມ ກວດກາ ວຽກງານຄວາມປອດໄພທາງໄຊເບີ ເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ແລະ ປະສິດທິຜົນ ແນ່ໃສ່ປົກປ້ອງຄວາມໝັ້ນຄົງຂອງຊາດ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ,

ຮັບປະກັນຄວາມປອດໄພຂອງຂໍ້ມູນຂ່າວສານ, ລະບົບໂຄງລ່າງພື້ນຖານທີ່ສໍາຄັນ ແລະ ລະບົບດີຈິຕ໋ອນຂອງລັດ, ອົງການຈັດຕັ້ງ ແລະ ບຸກຄົນ ຮັບປະກັນສົ່ງເສີມ ການພັດທະນາເສດຖະກິດ-ສັງຄົມດິຈິຕ໋ອນ ຢ່າງປອດໄພ ແລະ ຍືນຍົງ, ສ້າງຄວາມເຊື່ອໝັ້ນໃນການນໍາໃຊ້ເຕັກໂນໂລຊີ ແລະ ອິນເຕີເນັດ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

