ຮາກຖານສະຫະພັນແມ່ຍິງ ພະແນກ ຕສ ແຂວງ ຈັດພິທີປະຖະກະຖາວັນສ້າງຕັ້ງອົງການສະຫະພັນແມ່ຍິງລາວຄົບຮອບ 70 ປີ(20ກໍລະກົດ 1955-20ກໍລະກົດ 2025)

03/09/2025

ຮາກຖານສະຫະພັນແມ່ຍິງ ພະແນກ ຕສ ແຂວງ ຈັດພິທີປະຖະກະຖາວັນສ້າງຕັ້ງອົງການສະຫະພັນແມ່ຍິງລາວຄົບຮອບ 70 ປີ(20ກໍລະກົດ 1955-20ກໍລະກົດ 2025)

ພິທີປະຖະກະຖາ ວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 70 ປີ (20/7/1955 - 20/7/2025) ພາຍໃຕ້ຄຳຂ້ວນ (70ປີມີໄຊ ເຕີບໃຫຍ່ ແຂງແຮງພັດທະນາແມ່ຍິງກ້າວໄກ ທັນສະໄໜ).ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 23 ກໍລະກົດ 2025 ທີ່ຫ້ອງປະຊຸມ ພະແນກ ເຕັກໂນໂລຊີ ແຂວງຄໍາມ່ວນ. ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ເຜີຍແຜ່ເອກະສານຂອງທ່ານ ນາງ ເພັດລຳມອນ ແກ້ວກັນຍາ ຮອງຫົວໜ້າພະແນກ ຕສ ແຂວງ,ມີບັນດາຄະນະພະແນກ,ຫົວໜ້າຂະແໜງ-ຮອງຂະແໜງ ແລະ ພະນັກງານ-ລັດຖະກອນພາຍໃນພະແນກ ເຂົ້າຮ່ວມທັງໜົດ 27 ທ່ານ,ຍິງ 14 ທ່ານ.

ໃນພິທີ ທ່ານ ນ ເພັດລຳມອນ ແກ້ວກັນຍາ ກໍ່ໄດ້ເລົ່າຄືນປະຫວັດຄວາມເປັນມາ, ມູນເຊື້ອອັນດີງາມຂອງແມ່ຍິງເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງການກໍາເນີດ ແລະ ການເຕີບໃຫ່ຍຂະຫຍາຍຕົວຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ພາຍໃຕ້ການນໍາພາຂອງພັກ, ການເຄື່ອນໄຫວແຕ່ລະໄລຍະເລີ່ມແຕ່ວັນສ້າງຕັ້ງສະຫະພັນແມ່ຍິງລາວຈົນເຖິງປະຈຸບັນ ແລະ ຍົກໃຫ້ເຫັນມູນເຊື້ອຕໍ່ສູ້ພິລະອາດຫານ ບໍ່ຍອມຈຳນົນຂອງຂະບວນການຕໍ່ສູ້ຂອງເອື້ອຍນ້ອງແມ່ຍິງລາວບັນດາເຜົ່າ.ອົງການຈັດຕັ້ງແມ່ຍິງລາວແມ່ນໄດ້ເລີ່ມມາຈາກບັນດາໜ່ວຍຍຸວັນນາລີ, ໜ່ວຍແມ່ນັກຮົບ, ໜ່ວຍເອື້ອຍນັກຮົບ ໄດ້ກໍາເນີດຂຶ້ນ ແຕ່ໄລຍະຕົ້ນສະໄໝຕໍ່ຕ້ານຈັກກະພັດລ່າເມືອງຂຶ້ນຝຣັ່ງເປັນຕົ້ນມາ. ວັນທີ 22 ມີນາ 1955 ພັກປະຊາຊົນປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນ ເພື່ອຮັບຜິດຊອບໂດຍກົງຕໍ່ພາລະກິດປະຫວັດສາດຂອງການປະຕິວັດລາວ, ນັບແຕ່ຫົວທີ ທີ່ພັກປະຊາຊົນປະຕິວັດລາວໄດ້ຮັບການສ້າງຕັ້ງພັກກໍ່ໄດ້ເອົາໃຈໃສ່ຢ່າງຈົດຈໍ່ຕໍ່ການປຸກລະດົມຂົນ ຂວາຍ, ກໍ່ສ້າງແມ່ຍິງໃຫ້ມີຄວາມຕື່ນຕົວປະກອບສ່ວນໃນພາລະກິດປະຕິວັດ ແລະ ຖືແມ່ຍິງເປັນພາກສ່ວນໜຶ່ງໃນກຳລັງແຮງທີ່ສຳຄັນຂອງພັກ.

ໜ້າທີ່ຂອງການຈັດຕັ້ງແມ່ຍິງໃນໄລຍະເບື້ອງຕົ້ນແມ່ນເບິ່ງແຍງ, ລ້ຽງດູ, ຊຸກເຊື່ອງ, ຕິດຕໍ່, ສົ່ງຂ່າວພະນັກງານ, ທະຫານປະຕິວັດທີ່ປະຕິບັດໜ້າທີ່ຢູ່ແນວໜ້າ ແລະໃນເຂດຄວບຄຸມຂອງສັດຕູດ້ວຍຫຼາຍຮູບແບບ ແລະ ຫຼາຍວິທີການ; ລໍາລຽງສະບຽງອາຫານ, ອາວຸດ, ເຄື່ອງນຸ່ງຫົ່ມ, ປຸກລະດົມຂົນຂວາຍຊາວໜຸ່ມ, ລູກ, ຫຼານອອກຮັບໃຊ້ປະເທດຊາດ ແລະ ອື່ນໆ. ນັບແຕ່ມື້ສ້າງຕັ້ງເປັນຕົ້ນມາ ອົງການຈັດຕັ້ງແມ່ຍິງ ໄດ້ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຢ່າງຕັ້ງໜ້າ, ເອົາໃຈໃສ່ປະຕິບັດໂຄງການດຳເນີນງານໃນການພັດທະນາ ແລະ ຍົກສູງບົດບາດຂອງເອື້ອຍນ້ອງແມ່ຍິງໃຫ້ສູງຂຶ້ນ ເພື່ອໃຫ້ສອດຄ່ອງກັບຄວາມຮຽກ ຮ້ອງຕ້ອງການຂອງໜ້າທີ່ວຽກງານໃນແຕ່ລະໄລຍະ. ທັງນີ້ກໍ່ເພື່ອເປັນການປຸກລະດົມສະມາຊິກສະຫະພັນແມ່ຍິງກໍ່ຄືແມ່ ຍິງລາວບັນດາເຜົ່າ, ເວົ້າລວມເວົ້າສະເພາະ ສະມາຊິກແມ່ຍິງພາຍໃນພະແນກ ຕສ ແຂວງໄດ້ຮັບຮູ້, ເຂົ້າໃຈຄວາມໝາຍຄວາມສຳຄັນຕໍ່ການເສີມຂະຫຍາຍມູນເຊື້ອອັນພິລາດອາດຫານຂອງວັນສຳຄັນດັ່ງກ່າວ, ຕິດພັນກັບຂະບວນການເຄື່ອນໄຫວອອກແຮງແຂ່ງຂັນສ້າງຜົນງານຕີດພັນກັບເນື້ອໃນຂໍ້ແຂ່ງຂັນ 3 ດີຂອງເອື້ອຍນ້ອງແມ່ຍິງໃຫ້ເປັນຂະບວນກວ້າງຂວາງ ແລະ ເຕັມໄປດ້ວຍໝາກຜົນພາຍໃຕ້ຄຳຂັວນ: "70 ປີມີໄຊ ເຕີບໃຫຍ່ເຂັ່ມແຂງ ພັດທະນາແມ່ຍິງກ້າວໄກ ທັນສະໄໝ.

 

ແຈ້ງການ
ວິດີໂອ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ຕິດຕາມຂ່າວສານພະແນກ