03/09/2025
ກອງປະຊຸມສະຫຼຸບຂະບວນການແຂ່ງຂັນ“ ຮັກຊາດ ແລະ ພັດທະນາ” ປະຈຳປີ2024 ແລະ ສືບຕໍ່ເປີດຂະບວນການ ແຂ່ງຂັນ-ຍ້ອງຍໍ ພາຍໃຕ້ຄຳຂ້ວນ “ ຮັກຊາດ ແລະ ພັດທະນາ” ປະຈຳປີ2025ຂອງພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງຄຳມ່ວນ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ່ 09 ພຶດສະພາ 2025 ທີ່ຫ້ອງປະຊຸມຂອງພະແນກ ດັ່ງກ່າວ.ໂດຍການໃຫ້ກຽດເປັນປະທານຂອງທ່ານ ຄໍາສອນ ອ້ວນທະວີ ຄະນະປະຈໍາພັກແຂວງ ປະທານຄະນະກວດກາພັກແຂວງ , ມີບັນດາຄະນະພັກ,ຄະນະພະແນກ,ຄະນະພະແນກ ພາຍໃນແຂວງ,ຫົວໜ້າຂະແໜງ-ຮອງຂະແໜງ,ບໍລີສັດ ໄປສະນີ ລາວ,ບໍລິສັດ ອີທີເອລ ຈໍາກັດ,ບໍລີສັດ ລາວໂທລະຄົມ ມະຫາຊົນ ສາຂາແຂວງຄຳມ່ວນ ແລະ ພະນັກງານ-ລັດຖະກອນພາຍໃນພະແນກ ເຂົ້ນຮ່ວມທັງໜົດ 43 ທ່ານ.ຍິງ20 ທ່ານ.

ໃນພິທີທີ່ມີຄວາມໜາຍຄວາມສຳຄັນ ທ່ານ ຫວາດ ອິນຄຳວົງ ເລຂາຄະນະພັກຮາກຖານ,ຫົວໜ້າພະແນກ ຕສ ແຂວງ ກໍ່ໄດ້ໃຫ້ກຽດຂຶ້ນເປີດກອງປະຊຸມການຈັດຕັ້ງປະຕິບັດວຽກງານຂໍ້ແຂ່ງຂັນ-ຍ້ອງຍໍ“ ຮັກຊາດ ແລະ ພັດທະນາ” ປະຈຳປີ2024 ແລະ ສືບຕໍ່ເປີດຂະບວນການຂໍ້ແຂ່ງຂັນ-ຍ້ອງຍໍ ພາຍໃຕ້ຄຳຂ້ວນ “ ຮັກຊາດ ແລະ ພັດທະນາ” ປະຈຳປີ2025.ຢ່າງເປັນທາງການ.ຈາກນັ້ນ ທ່ານ ນ ເພັດລໍາມອນ ແກ້ວກັນຍາ ຮອງເລຂາຄະນະພັກຮາກຖານ,ເລຂາໜ່ວຍພັກ ບໍລິຫານ-ຈັດຕັ້ງ,ຮອງຫົວໜ້າພະແນກ ຕສ ແຂວງ ກໍ່ໄດ້ໃຫ້ກຽດຂຶ້ນຜ່ານບົດສະຫຼຸບຂະບວນການແຂ່ງຂັນ “ ຮັກຊາດ ແລະ ພັດທະນາ” ປະຈຳປີ 2024 ແລະ ທິດທາງແຜນການແຂ່ງຂັນ-ຍ້ອງຍໍ ປະຈຳປີ 2025.ໃນພິທິດັ່ງກ່າວຍັງໄດ້ຜ່ານຂໍ້ຕົກລົງວ່າດ້ວຍການຍ້ອງຍໍສັນລະເສີນບຸກຄົນທີ່ມີຜົນງານປະກອບສ່ວນເຫື່ອແຮງ-ສະຕິປັນຍາ ເຂົ້າໃນຂະບວນການແຂ່ງຂັນຍ້ອງຍໍພາຍໃຕ້ຄຳຂ້ວນ“ ຮັກຊາດ ແລະ ພັດທະນາ” ປະຈຳປີ 2024 ແລະ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການຍ້ອງຍໍບຸກຄົນທີ່ມີຜົນງານດີເດັ່ນໃນຂະບວນການແຂ່ງຂັນ-ຍ້ອງຍໍ ພາຍໃຕ້ຄຳຂ້ວນ “ ຮັກຊາດ ແລະ ພັດທະນາ” ປະຈຳປີ2024.ໃຫ້ກຽດຂຶ້ນມອບໃບຍ້ອງຍໍຂັ້ນແຂວງ ໂດຍທ່ານ ຄໍາສອນ ອ້ວນທະວີ ຕໍ່ຜູ້ທີມີຜົນງານປະກອບສ່ວນເຫື່ອແຮງ-ສະຕິປັນຍາ ເຂົ້າໃນຂະບວນການແຂ່ງຂັນຍ້ອງຍໍພາຍໃຕ້ຄຳຂ້ວນ“ ຮັກຊາດ ແລະ ພັດທະນາ” ປະຈຳປີ 2024 ແລະ ໃຫ້ກຽດຂຶ້ນມອບໃບຍ້ອງຍໍ ຂັ້ນພະແນກ ໂດຍທ່ານ ຫວາດ ອິນຄໍາວົງ ຕໍ່ຜູ້ທີ່ມີຜົນງານດີເດັ່ນໃນຂະບວນການແຂ່ງຂັນ-ຍ້ອງຍໍ ພາຍໃຕ້ຄຳຂ້ວນ “ ຮັກຊາດ ແລະ ພັດທະນາ” ປະຈຳປີ2024.ໃນນັ້ນໃບຍ້ອງຍໍຂອງທ່ານເຈົ້າແຂວງມີຈໍານວນ 109 ທ່ານ,ຍິງ 50 ທ່ານ,ໃບຍ້ອງຍໍຂັ້ນພະແນກ ມີຈໍານວນ 33 ທ່ານ,ຍິງ 19 ທ່ານ.ໃນນີ້ບັນດາ ຫົວໜ້າຂະແໜງ-ຮອງຂະແໜງ,ຜູ້ອຳນວຍການທາງດ້ານ ໄປສະນີພາຍໃນແຂວງ ກໍ່ໄດ້ຂຶ້ນຈັບມືຮ່ວມກັບການນຳຂັ້ນແຂວງເພື່ອແຂ່ງຂັນ-ຍ້ອງຍໍ ພາຍໃຕ້ຄໍາຂວັນ “ ຮັກຊາດ ແລະ ພັດທະນາ” ປະຈຳປີ2025. ໃນພິທີທ່ານ ຄໍາສອນ ອ້ວນທະວີ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກໃຫ້ຄະນະພັກ,ຄະນະພະແນກ,ບັນດາຫົວໜ້າຂະແໜງ-ຮອງຂະແໜງແລະ ບໍລີສັດ ຜູ້ໃຫ້ບໍລິການທາງດ້ານໄປສະນີ ພາຍໃນແຂວງຈົ່ງສືບຕໍ່ເປັນເຈົ້າການຊີນຳ-ນຳພາ ພະນັກງານ - ລັດຖະກອນພາຍໃນຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ຈົ່ງເພີ່ມທະວີຄວາມສາມັກຄີທັງພາຍໃນ ແລະ ພາຍນອກໃຫ້ ກວ້າງຂວາງ, ຄຽງຄູ່ກັບການສ້າງຂະບວນການຕ່າງໆ.ຢ່າງຮອບດ້ານ ຕິດພັນກັບຂະບວນການກໍ່ສ້າງ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ໃນການຈັດຕັ້ງປະຕິບັດໃນປີຕໍ່ໄປ.

