03/09/2025
ກອງປະຊຸມໃຫຍ່ຄັ້ງທີ III ຂອງຄະນະພັກຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານ ( ຕສ ) ແຂວງຄໍາມ່ວນໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 06 ພຶດສະພາ 2025 ຢູ່ທີ່ສະໂມສອນເມືອງທ່າແຂກ ໂດຍການເປັນປະທານຂອງສະຫາຍ ຫວາດ ອິນຄໍາວົງ ເລຂາຄະນະພັກຮາກຖານ,ຫົວໜ້າ ພະແນກ ຕສ ແຂວງ , ໃຫ້ກຽດເຂົ້າຮ່ວມມີສະຫາຍ ຄໍາສອນ ອ້ວນທະວີ ຄະນະປະຈໍາພັກແຂວງ ປະທານຄະນະກວດກາພັກແຂວງ , ມີບັນດາສະຫາຍໃນຄະນະພັກຮາກຖານ,ຄະນະຮັບຜິດຊອບກອງປະຊຸມໃຫຍ່ຂັ້ນແຂວງ , ບັນດາສະຫາຍໃນຄະນະໜ່ວຍພັກ , ຕະຫຼອດເຖິງສະມາຊິກພັກສົມບູນ ແລະ ສໍາຮອງອ້ອມຂ້າງຮາກຖານພະແນກ ຕສ ແຂວງເຂົ້າຮ່ວມ . ສະຫາຍ ຫວາດ ອິນຄໍາວົງ ເລຂາຄະນະພັກຮາກຖານ,ຫົວໜ້າ ພະແນກ ຕສ ແຂວງກໍ່ໄດ້ກ່າວໄຂກອງປະຊຸມຢ່າງເປັນທາງການ . ຈາກນັ້ນສະຫາຍ ນາງ ເພັດລໍາມອນ ແກ້ວກັນຍາ ຮອງເລຂາຄະນະພັກຮາກຖານ,ເລຂາໜ່ວຍພັກ ບໍລິຫານ-ຈັດຕັ້ງ,ຮອງຫົວໜ້າ ພະແນກ ຕສ ແຂວງກໍ່ໄດ້ຜ່ານຮ່າງບົດລາຍງານການເມືອງທັງ 02 ພາກ .

ໃນນັ້ນໄດ້ຕີລາຄາຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ II ຂອງຄະນະພັກຮາກຖານ , ທິດທາງລວມ ,ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມໃນ 05 ປີຕໍ່ໜ້າ . ຄະນະພັກຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານແຂວງຄໍາມ່ວນແມ່ນຮາກຖານພັກໜຶ່ງທີ່ນອນຢູ່ໃນລະບົບກົງຈັກບໍລິຫານລັດໂດຍພາຍໃຕ້ການຊີ້ນໍາໂດຍກົງຈາກ ຄະນະປະຈໍາພັກແຂວງ ເຊິ່ງເປັນເສນາທິການໂດຍກົງໃຫ້ຄະນະພັກແຂວງ ກ່ຽວກັບການສຶກສາອົບຮົມດ້ານການເມືອງ-ແນວຄິດ ໃຫ້ຖັນແຖວສະມາຊິກພັກ , ພະນັກງານ-ລັດຖະກອນ , ອົງການຈັດຕັ້ງມະຫາຊົນ , ນອກຈາກນີ້ຍັງມີຄວາມຮັບຜິດຊອບໂດຍກົງໃນການນໍາພາ-ຊີ້ນໍາການປະຕິບັດໜ້າທີ່ດ້ານວິຊາສະເພາະໃນການຄຸ້ມຄອງສົ່ງເສີມການພັດທະນາວຽກງານເຕັກໂນໂລຊີ ແລະ ການສື່ສານພາຍໃນແຂວງຄໍາມ່ວນ . ຄະນະພັກຮາກຖານພະແນກ ຕສ ແຂວງປະກອບມີຄະນະພັກ 05 ສະຫາຍ,ຍິງ 01 ສະຫາຍ ແລະ ມີ 04 ໜ່ວຍພັກຂຶ້ນກັບຄື : ໜ່ວຍພັກບໍລິຫານ-ຈັດຕັ້ງພະແນກ ຕສ ແຂວງ , ໜ່ວຍພັກ ສາຂາບໍລິສັດລາວ ໂທລະຄົມມະຫາຊົນ , ໜ່ວຍພັກ ສາຂາບໍລິສັດອີທີແອລ ຈໍາກັດ ແລະໜ່ວຍພັກສາຂາ ບໍລິສັດໄປສະນີລາວ ຈໍາກັດ . ປັດຈຸບັນທົ່ວຮາກຖານມີສະມາຊິກພັກທັງໝົດ 70 ສະຫາຍ, ຍິງ 32 ສະຫາຍ, ສໍາຮອງ 04 ສະຫາຍ , ຍິງ 01 ສະຫາຍ . ຕະຫຼອດໄລຍະ 05 ປີຜ່ານມາຄະນະພັກໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງຄະນະພັກຮາກຖານພະແນກ ຕສ ຄັ້ງທີ II ຢ່າງເປັນເຈົ້າການເຊິ່ງມີທັງສິ່ງເອື້ອອໍານວຍ,ຂໍ້ຈໍາກັດ ແລະ ສິ່ງທ້າທາຍທົດສອບຫຼາຍດ້ານ ແຕ່ດ້ວຍຄວາມຮັບຜິດຊອບສູງສາມາດຜ່ານຜ່າອຸປະສັກ ແລະ ສິ່ງທ້າທາຍຕ່າງໆມາໄດ້ ພ້ອມພາກັນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ II ຈົນໄດ້ຮັບຜົນສໍາເລັດໃນແຕ່ລະດ້ານເປັນຕົ້ນການນໍາພາດ້ານໂຄງປະກອບການຈັດຕັ້ງ, ດ້ານແບບແຜນນໍາພາ ແລະ ວິທີເຮັດວຽກ , ດ້ານການ ເມືອງ-ແນວຄິດ ແລະ ວຽກຮັກສາຄວາມປອດໄພຢູ່ໃນສໍານັກງານອົງການຂອງຕົນ , ດ້ານວິຊາສະເພາະ , ດ້ານວຽກງານກໍ່ສ້າງພັກ-ປັບປຸງການຈັດຕັ້ງ-ພະນັກງານ ແລະ ກວດກາປ້ອງກັນພັກ , ດ້ານອົງການຈັດຕັ້ງມະຫາຊົນ . ຄຽງຄູ່ກັບຜົນງານ ແລະ ໄຊຊະນະທີ່ຍາດມາໄດ້ນັ້ນຍັງໄດ້ຍົກໃຫ້ເຫັນດ້ານອ່ອນຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ . ສະເພາະ 05 ປີຕໍ່ໜ້າແມ່ນຈະສູ້ຊົນປັບປຸງກົງຈັກການຈັດຕັ້ງໃນລະບົບການເມືອງຂອງພັກໃຫ້ມີຄວາມໜັກແໜ້ນ , ເຂັ້ມແຂງ , ສ້າງໃຫ້ໄດ້ຮາກຖານພັກປອດໃສ , ເຂັ້ມແຂງ , ໜັກແໜ້ນໃຫ້ໄດ້ 90 %, ຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງຂະແໜງການເຕັກໂນໂລຊີ ແລະ ການສື່ສານໃຫ້ບັນລຸຕາມແຜນການທີ່ວາງໄວ້ 95 % , ພັດທະນາ ແລະ ກໍ່ສ້າງຂະຫຍາຍສະມາຊິກພັກໃຫ້ໄດ້ 90 % .

ນອກຈາກນັ້ນຍັງໄດ້ຜ່ານຮ່າງບົດສໍາຫຼວດການນໍາພາລວມຂອງຄະນະພັກຮາກຖານໃນໄລຍະ 05 ປີຜ່ານມາເປັນຕົ້ນການນໍາພາດ້ານການເມືອງ , ການນໍາພາດ້ານແນວຄິດ , ການນໍາພາດ້ານການຈັດຕັ້ງ,ການນໍາພາດ້ານແບບແຜນນໍາພາ ແລະ ວິທີເຮັດວຽກ , ການນໍາພາຄວາມຮັບຜິດຊອບໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ . ພ້ອມນັ້ນຍັງໄດ້ມອບໃບຢັ້ງຢືນໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນໃຫ້ແກ່ຄະນະພັກຮາກຖານພະແນກ ຕສ ແຂວງປະຈໍາປີ 2024 ໃຫ້ກຽດມອບໂດຍສະຫາຍຄໍາສອນ ອ້ວນທະວີ ຄະນະປະຈໍາພັກແຂວງ ປະທານຄະນະກວດກາພັກ-ລັດແຂວງ . ໃນກອງປະຊຸມໄດ້ຜ່ານເງື່ອນໄຂ-ມາດຖານຂອງຜູ້ສະໝັກຄະນະພັກຮາກຖານຊຸດໃໝ່ເຊິ່ງມີຜູ້ສະໝັກ 07 ສະຫາຍ,ຍິງ 02 ສະຫາຍ ,ໃນນັ້ນເລືອກເອົາ 05 ສະຫາຍ . ຜົນຂອງກອງປະຊຸມຄັ້ງປະຖົມມະລຶກເຫັນດີເລືອກເອົາສະຫາຍ ຫວາດ ອິນຄໍາວົງ ເປັນເລຂາຄະນະພັກຮາກຖານ,ສະຫາຍ ນາງ ເພັດລໍາມອນ ແກ້ວກັນຍາ ເປັນຮອງເລຂາຄະນະພັກຮາກຖານທັງເປັນປະທານກວດກາ,ສະຫາຍ ບຸນປະກອບ ໄຊຍະພູມີ,ສະຫາຍອານຸສັກ ມູນທະລາດ ແລະ ສະຫາຍຄໍາແດງ ເທບສົມບັດເປັນຄະນະ . ນອກຈາກນັ້ນ, ຍັງໄດ້ປ່ອນບັດຄັດເລືອກເອົາຜູ້ແທນຈໍານວນ 04 ສະຫາຍເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ອົງຄະນະພັກແຂວງຄັ້ງທີ XI ທີ່ຈະມາເຖິງ . ໃນນັ້ນຜູ້ແທນສົມບູນ 03 ສະຫາຍ, ຍິງ 01 ສະຫາຍ ແລະ ຜູ້ແທນສໍາຮອງ 01 ສະຫາຍ .

