ພະແນກ ຕສ ແຂວງຄຳມ່ວນຈັດປະຊຸມເຜິຍແຜ່ນິຕິກຳຄຸ້ມຄອງຂໍ້ມູນຂ່າວສານ ຜ່ານອິນເຕີເນັດ ແລະ ການຕ້ານ, ສະກັດກັ້ນອາຊະຍາກຳທາງລະບົບຄອມຜິວເຕີ ພາຍໃນແຂວງຄຳມ່ວນ.

03/09/2025

ພະແນກ ຕສ ແຂວງຄຳມ່ວນຈັດປະຊຸມເຜິຍແຜ່ນິຕິກຳຄຸ້ມຄອງຂໍ້ມູນຂ່າວສານ ຜ່ານອິນເຕີເນັດ ແລະ ການຕ້ານ, ສະກັດກັ້ນອາຊະຍາກຳທາງລະບົບຄອມຜິວເຕີ ພາຍໃນແຂວງຄຳມ່ວນ.

ໃນລະຫວ່າງວັນທີ 28 - 29 ສິງຫາ 2025 ທີ່ຜ່ານມາພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງຄຳມ່ວນ(ຂະແໜງ ບໍລິຫານລັດດີຈິຕອນ ແລະຄວາມປອດໄພທາງໄຊເບີ)ໄດ້ຈັດກອງປະຊຸມເຜິຍແຜ່ນິຕິກຳຄຸ້ມຄອງຂໍ້ມູນຂ່າວສານ ຜ່ານອິນເຕີເນັດ ແລະ ການຕ້ານ, ສະກັດກັ້ນອາຊະຍາກຳທາງລະບົບຄອມຜິວເຕີ ພາຍໃນແຂວງຄຳມ່ວນ.ຂຶ້ນທີ່ຫ້ອງປະຊຸມເມືອງ ຍົມມະລາດ ແລະ ຫ້ອງປະຊຸມ ເມືອງນາກາຍ.ໂດຍການໃຫ້ກຽດເປັນປະທານຮ່ວມຂອງທ່ານ ແພງສະຫວັດ ເລືອງຄຳມາ ຄະນະກຳມະການພັກເມືອງຍົມມະລາດ,ທ່ານ ສົມບັດ ປັນຍາສິດ ປະທານອົງການປົກຄອງເມືອງ,ຮອງເລຂາພັກເມືອງນາກາຍ,ທ່ານ ດາວໄຫຼ ແກ້ວດວງດີ ຮອງຫົວໜ້າພະແນກ ຕສ ແຂວງຄຳມ່ວນ.ມີບັນດາຫົວໜ້າຫ້ອງການ,ປກສ-ປກຊ ຢູ່ຂັ້ນເມືອງ,ຫົວໜ້າຂະແໜງ-ຮອງຂະແໜງ ແລະພະນັກງານ-ລັດຖະກອນທັງສອງເມືອງເຂົ້າຮ່ວມໜົດ 116 ທ່ານ,ຍິງ 34 ທ່ານ.

ກອງປະຊຸມດັ່ງກ່າວ ໄດ້ຮັບຟັງການຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ຄະນະກຳມະການຄຸ້ມຄອງອິນເຕີເນັດແຂວງຄຳມ່ວນ, ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງຂໍ້ມູນຂ່າວສານຜ່ານອິນເຕີເນັດ ແລະ ການຕ້ານ, ສະກັດກັ້ນອາຊະຍາກຳທາງລະບົບຄອມພິວເຕີຢູ່ແຂວງຄຳມ່ວນ, ຮັບຟັງຄຳສັ່ງແນະນຳ ວ່າດ້ວຍການຢຸດຕິ ການບໍລິການດຳເນີນທຸລະກິດ ຮ້ານອິນເຕີເນັດກາເຟ,ຮ້ານຂາຍເຊີເກມຮູບແບບການພະນັນອອນລາຍໃນທົ່ວແຂວງຄຳມ່ວນ,ສະບັບເລກທີ 03/ຈຂ,ລົງວັນທີ່ 01 ກໍລະກົດ 2025 ແລະໄດ້ ຮັບຟັງກ່ຽວກັບການສ້າງຄວາມຮັບຮູ້ດ້ານຄວາມປອດໄພທາງໄຊເບີເຊິ່ງບັນດານິຕິກຳດັ່ງກ່າວ ແມ່ນໄດ້ກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ການຕິດຕາມ ກວດກາ ວຽກງານຄວາມປອດໄພທາງໄຊເບີ ເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ແລະ ປະສິດທິຜົນ ແນ່ໃສ່ປົກປ້ອງຄວາມໝັ້ນຄົງຂອງຊາດ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ຮັບປະກັນຄວາມປອດໄພຂອງຂໍ້ມູນຂ່າວສານ, ລະບົບໂຄງລ່າງພື້ນຖານທີ່ສໍາຄັນ ແລະ ລະບົບດີຈິຕ໋ອນຂອງລັດ, ອົງການຈັດຕັ້ງ ແລະ ບຸກຄົນ ຮັບປະກັນສົ່ງເສີມ ການພັດທະນາເສດຖະກິດ-ສັງຄົມດິຈິຕ໋ອນ ຢ່າງປອດໄພ ແລະ ຍືນຍົງ, ສ້າງຄວາມເຊື່ອໝັ້ນໃນການນໍາໃຊ້ເຕັກໂນໂລຊີ ແລະ ອິນເຕີເນັດ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ໃນຕອນທ້າຍກອງປະຊຸມຄະນະປະທານກໍ່ໄດ້ໃຫ້ກຽດມີຄຳເຫັນໂອ້ລົມຕໍ່ກອງປະຊຸມວ່າ:ກອງປະຊຸມໃນຄັ້ງນີ້ ແມ່ນມີຄວາມໝາຍສຳຄັນຢ່າງຍິ່ງ.ສະນັ້ນ,ມອບໃຫ້ບັນດາພະແນກການອ້ອມຂ້າງ,ບັນດາເມືອງ ໃຫ້ນໍາເອົານິຕິກຳດັ່ງກ່າວ ລົງເຜີຍແຜ່ໃຫ້ໃຫ້ທົ່ວເຖິງທຸກພາກສ່ວນໃນສັງຄົມ ພ້ອມທັງເອົາໃຈໃສ່ກວດກາ ແລະ ແກ້ໄຂບັນດາຮ້ານເກມ ຫຼື ເກມອອນລາຍ ທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ພາຍໃນແຂວງປະຕິບັດຕາມລະບຽບກົດໝາຍຢ່າງເຂັ້ມງວດ ເພື່ອປ້ອງກັນປະກົດການຫຍໍ້ທໍ້ຕ່າງໆ. ທັງຮັບປະກັນເຮັດໃຫ້ສັງຄົມ, ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ການດຳລົງຊີວິດຂອງປະຊາຊົນມີຄວາມປອດໄພ.

 

ແຈ້ງການ
ວິດີໂອ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ຕິດຕາມຂ່າວສານພະແນກ