03/09/2025
ໃນລະຫວ່າງວັນທີ 23-26 ມິຖຸນາ ປີ 2025, ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງຄຳມ່ວນ ໄດ້ລົງເຄືອນໄຫວຈັດຝຶກອົບຮົມໃນຫົວຂໍ້: ເສີມສ້າງຄວາມຮູ້-ຄວາມສາມາດກ່ຽວກັບການນຳໃຊ້ເຕັກໂນໂລຊີ ແລະ ຄວາມປອດໄພຂໍ້ມູນຂ່າວສານ ທີ່ເມືອງເຊບັ້ງໄພ, ເຊິ່ງກອງປະຊຸມດັ່ງກ່າວໄດ້ຮັບກຽດເປັນປະທານ ແລະ ກ່າວເປິດບັ້ນຝຶກອົບຮົມໂດຍ ທ່ານ ສົມພິດ ສຸລິຍະວົງ ກຳມະການຄະນະປະຈໍາພັກເມືອງ, ຮອງເລຂາພັກເມືອງ ຮອງເຈົ້າເມືອງມະຫາໄຊ ແລະ ການເປັນປະທານຮ່ວມໂດຍ ທ່ານ ດາວໄຫຼ ແກ້ວດວງດີ ຮອງຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານແຂວງຄຳມ່ວນ.

ໃນການຈັດກອງປະຊຸມຝຶກອົບຮົມຄັ້ງນີ້ ກໍ່ເພື່ອເປັນການຈັດຕັ້ງປະຕິບັດວຽກງານການຫັນເປັນດິຈິຕອນຂອງແຂວງ ໃນການຊຸກຍູ້ ສົ່ງເສີມ ແລະ ຂະຫຍາຍການນຳໃຊ້ເຕັກໂນໂລຊີດິຈິຕອນເຂົ້າໃນວຽກງານຕົວຈິງ ໃນທຸກຂະແໜງການຂອງພາກລັດ, ຫັນເອົາການບໍລິການ ແລະ ການບໍລິຫານໃຫ້ກາຍເປັນທັນສະໄໝເປັນຮູບປະທຳໃນທົ່ວແຂວງ, ໂດຍປະຕິບັດຕາມແຜນການປະຈຳປີ ພາຍໃຕ້ແຜນງານພັດທະນາທ້ອງຖິ່ນລາວ/338 ປະຈຳແຂວງຄຳມ່ວນ, ເຊິ່ງພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ໄດ້ຮັບການສະໜັບສະໜູນຈາກໂຄງການດັ່ງກ່າວ ເພື່ອຈັດຝຶກອົບຮົມດ້ານວິຊາການ ພາຍໃຕ້ຫົວຂໍ້: ເສີມສ້າງຄວາມຮູ້-ຄວາມສາມາດກ່ຽວກັບການນຳໃຊ້ເຕັກໂນໂລຊີ ແລະ ຄວາມປອດໄພຂໍ້ມູນຂ່າວສານພະນັກງານຂອງເມືອງເຊບັ້ງໄພ ໃນການສ້າງຄວາມຮັບຮູ້, ຄວາມເຂົ້າໃຈ ເຫັນໄດ້ຄວາມສຳຄັນຂອງການນຳໃຊ້ເຕັກໂນໂລຊີດິຈິຕອນເຂົ້າໃນການບໍລິຫານງານຂອງລັດ;

ພ້ອມທັງເປັນການພັດທະນາທັກສະພື້ນຖານທີ່ສຳຄັນໃຫ້ແກ່ບັນດາພະນັກງານຫຼັກແຫຼ່ງຂອງເມືອງ ໃນການນຳໃຊ້ລະບົບຕ່າງໆ ເຂົ້າໃນວຽກງານຕົວຈິງໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ, ໄປພ້ອມກັບການສ້າງຈິດສຳນຶກ ແລະ ສ້າງຄວາມຮູ້ກ່ຽວກັບການນຳໃຊ້ເຕັກໂນໂລຊີດິຈິຕອນໃຫ້ຄວາມປອດໄພ.

