03/09/2025
ໃນຕອນເຊົ້າວັນທີ 1 ກໍລະກົດ 2025 ນີ້ ຢູ່ທີ່ຫ້ອງປະຊຸມ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຄຳ ມ່ວນ ໄດ້ຈັດພິທີປະກາດຮັບຮອງເປັນໜ່ວຍຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມ 4 ບຸກ ຂຶ້ນຢ່າງເປັນທາງການ ໂດຍ ການເປັນປະທານຂອງ ສະຫາຍ ພົມລິຄິດ ຍົນແສງ ເລຂາໜ່ວຍຊາວໜຸ່ມພະແນກ ເຕັກໂນໂລຊີ ແລະ ການສື່ສານ; ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ນາງ ຈຳປາທອງ ອິນທະວົງສາ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ; ສະ ຫາຍ ນາງ ເພັດລຳມອນ ແກ້ວກັນຍາ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີຄະນະກອງເລຂາ 4 ບຸກຂັ້ນແຂວງ, ແຂກຖືກເຊີນ ແລະ ພ້ອມດ້ວຍສະມາຊິກຊາວໜຸ່ມເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີດັ່ງກ່າວ ສະຫາຍ ພົມລິຄິດ ຍົນແສງ ເລຂາໜ່ວຍຊາວໜຸ່ມ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດ ເນື້ອໃນຂໍ້ແຂ່ງຂັນ 4 ບຸກ ໃນໄລຍະຜ່ານມາ ເຊິ່ງໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດ ເປັນຫຼັກ ໂດຍການ ນຳເອົາບັນດາເອກະສານສຳຄັນຕ່າງໆ ຂອງຊາດ-ຂອງພັກ ຂອງຊາວໜຸ່ມ ມາເຊື່ອມຊືມຜັນຂະຫຍາຍ ເພື່ອເຮັດໃຫ້ສະມາ ຊິກ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລີກເຊິ່ງ, ເຊີ່ງໜ່ວຍຊາວໜຸ່ມພະແນກເຕັກນໂລຊີ ແລະ ການສື່ສານແຂວງ ປະກອບມີ ຄະນະ 03 ສະຫາຍ, ຍິງ 01 ສະຫາຍ, ມີສະມາຊິກຊາວໜຸ່ມທັງໝົດ 28 ສະຫາຍ, ຍິງ 14 ສະຫາຍ;

ຜ່ານການຈັດ ຕັັ້ງປະຕິບັດຂະບວນການຂໍ້ແຂ່ງຂັນ 4 ບຸກ ໃນໄລຍະ 01 ປີຜ່ານມາ ໂດຍສະເພາະ ການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງ ຂັນ 4 ບຸກ ໃນແຕ່ລະດ້ານ ສາມາດຈັດຕັ້ງປະຕິບັດໄດ້ ຄື: ບຸກດ້ານການເມືອງ - ແນວຄິດ ປະຕິບັດໄດ້ 93%, ບຸກດ້ານ ການຝຶກຝົນຫຼໍ່ຫຼອມຮໍ່າຮຽນ ປະຕິບັດໄດ້ 91%, ບຸກດ້ານການຈັດຕັ້ງ ປະຕິບັດໄດ້ 92%, ບຸກດ້ານວິຊາຊີບ-ສ້າງວຽກ ເຮັດງານທຳ ປະຕິບັດໄດ້ 92%, ສະເລ່ຍທັງ 4 ດ້ານ ປະຕິບັດໄດ້ 92%. ເພື່ອເປັນການຢັ້ງຢືນເຖິງຜົນງານການເຄື່ອນໄຫວຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ດັ່ງກ່າວ ຄະນະບໍ ລິຫານງານຊາວໜຸ່ມແຂວງ ຈຶ່ງໄດ້ມອບໃບຢັ້ງຢືນ 4 ບຸກ ໃຫ້ແກ່ໜ່ວຍຊາວໜຸ່ມ ພ້ອມກັບສະມາຊິກ ພາຍໃນໜ່ວຍ ຊາວໜຸ່ມ ຈຳນວນ 28 ສະຫາຍ, ຍິງ 14 ສະຫາຍ ເຊິ່ງເປັນກຽດມອບໂດຍ ສະຫາຍ ນາງ ຈຳປາທອງ ອິນທະວົງສາ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ສະຫາຍ ເພັດລຳມອນ ແກ້ວກັນຍາ ຮອງຫົວໜ້າພະແນກເຕັກໂນ ໂລຊີ ແລະ ການສື່ສານແຂວງ ໃນໂອກາດດຽວກັນ ຍັງໄດ້ມອບໃບຍ້ອງຍໍຂອງ ສູນກາງຊາວໜຸ່ມປະຊາຊົນປະຕິວັດ ລາວ ໃຫ້ກົມກອງ ແລະ ສະມາຊີກຊາວໜຸ່ມ ຈໍານວນ 4 ໃບ ໃຫ້ຜູ້ທີ່ມີຜົນງານດີເດັ່ນໃນການເຄື່ອນໄລຍະ 5 ປີ ຜ່ານ ມາ,

ຈາກນັ້ນ ກໍ່ໄດ້ມີການຈັບມືແຂ່ງຂັນ ເພື່ອສືບຕໍ່ປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ໃນຕໍ່ໜ້າ. ແລະ ຮັບຟັງການ ປະກອບຄຳຄິດເຫັນຈາກ ສາມາຊິກຊາວໜຸ່ມຕົວແບບ ໃນການສ້າງວິຊາຊີບ ດ້ານການປູກຝັງລ້ຽງສັດ ໃຫ້ແກ່ຕົນເອງ. ໃນຕອນທ້າຍຂອງພິທີ ຍັງໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ນາງ ຈຳປາທອງ ອິນທະວົງສາ ຮອງເລຂາຄະ ນະບໍລິຫານງານຊາວໜຸ່ມແຂວງ ເຊິ່ງກ່ອນອື່ນກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານການເຄື່ອນໄຫວໃນໄລຍະ ຜ່ານມາ ແລະ ໄດ້ເນັ້ນໜັກບາງບັນຫາໃຫ້ຄະໜ່ວຍຊາວໜຸ່ມ ພ້ອມດ້ວຍສະມາຊິກຊາວໜຸ່ມ ຕ້ອງໄດ້ເອົາໃຈໃສ່ຕໍ່ ວຽກງານສຶກສາອົບຮົມເມືອງ-ແນວຄິດ ກັບສະມາຊິກ ໃຫ້ມີຫຼາຍຮູບແບບຫຼາຍວິທີ, ຖືເອົາວຽກປັບປຸງການຈັດຕັ້ງ ເປັນສິ່ງສຳຄັນ ເຮັດໃຫ້ການຈັດຕັ້ງຊາວໜຸ່ມ ມີຄວາມໜັກແໜ້ນເຂັ້ມແຂງ, ກໍ່ສ້າງໃຫ້ໄດ້ສະມາຊິກຊາວໜຸ່ມ ຜູ້ທີ່ຫ້າວ ຫັນດີເດັນ ເພື່ອສືບທອດພາລະກິດປະຕິວັດ ປະຕິບັດໜ້າທີ່ວຽກງານວິຊາສະເພາະ ຕາມການມອບໝາຍໃຫ້ສຳເລັດ, ຮັກສານາມມະຍົດຊາວໜຸ່ມ 4 ບຸກ ນີ້ໄວ້ຕະຫຼອດໄປ.

