ກອງປະຊຸມສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ 06 ເດືອນຕົ້ນປີແລະ ທິດທາງແຜນການ 06 ເດືອນທ້າຍປີ 2025ຂອງພະແນກ ເຕັກໂນໂລຊີ ແລະການສື່ສານ ແຂວງຄຳມ່ວນ

03/09/2025

ກອງປະຊຸມສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ 06 ເດືອນຕົ້ນປີແລະ ທິດທາງແຜນການ 06 ເດືອນທ້າຍປີ 2025ຂອງພະແນກ ເຕັກໂນໂລຊີ ແລະການສື່ສານ ແຂວງຄຳມ່ວນ

ກອງປະຊຸມສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານເຕັກໂນໂລຊີ ແລະການສື່ສານ 06 ເດືອນຕົ້ນປີ ແລະ ທິດທາງແຜນການ 06 ເດືອນທ້າຍປີ 2025ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ່ 15 ກໍລະກົດ 2025 ທີ່ຫ້ອງຊຸມຂອງພະແນກດັ່ງກ່າວພາຍໃຕ້ການເປັນປະທານຂອງທ່ານ ຫວາດ ອິນຄຳວົງ ຫົວໜ້າພະແນກ ຕສ ແຂວງ,ມີບັນດາຄະນະພັກຄະນະພະແນກ,ຫົວໜ້າຂະແໜງ-ຮອງຂະແໜງ ແລະ ພະນັກງານ-ລັດຖະກອນພະໃນພະແນກເຂົ້າຮ່ວມທັງໜົດ 28 ທ່ານ,ຍິງ 12 ທ່ານ.

ໃນກອງປະຊຸມດັ່ງກ່າວທ່ານ ແອໃຫຍ່ ຈັນທະລາ ຫົວໜ້າຂະແໜງ ບໍລິຫານ-ຈັດຕັ້ງ ແລະ ກວດກາ ກໍ່ໄດ້ໃຫ້ກຽດກ່າວເປີດກອງປະຊຸມຢ່າງເປັນທາງການພ້ອມທັງຜ່ານບົດສະຫລຸບວຽກງານໃນການຈັດຕັ້ງປະຕິບັດໃນໄລຍະ 06 ເດືອນທີ່ຜ່ານມາ ພ້ອມກັບທິດທາງແຜນການ 06 ເດືອທ້າຍປີ 2025 ສະບັບເລກທີ 415/ພຕສ,ລົງວັນທີ່ 04 ມີຖຸນາ 2025.ເຊິ່ງທ່ານໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ບາງບົດຮຽນທີ່ຖອດຖອນໄດ້,ໃນໄລຍະຜ່ານມາຄະນະພັກ, ຄະນະພະແນກ ຍາມໃດກໍ່ເອົາໃຈໃສ່ ເຂົ້າໃນການສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ ພະນັກງານພາຍໃນພະແນກ, ພະນັກງານໃນບັນດາບໍລິສັດລັດວິສາຫະກິດຜູ້ໃຫ້ບໍລິການທາງດ້ານໄປສະນີ-ໂທລະຄົມມະນາຄົມຢ່າງເປັນປົກກະຕິ, ພ້ອມທັງນໍາພາເຂົ້າຮ່ວມຮັບຟັງການເລົ່າຄືນມູນເຊື້ອ ເນື່ອງໃນວັນສໍາຄັນທາງດ້ານ ປະຫວັດສາດຂອງຊາດ, ຂອງພັກ ແລະ ອົງການຈັດຕັ້ງມະຫາຊົນ ສາມາດເຮັດໃຫ້ພະນັກງານ-ລັດຖະກອນໃນ ຂົງເຂດວຽກເຕັກໂນໂລຊີ ແລະ ການສື່ສານ ໄດ້ມີແນວຄິດອຸ່ນອ່ຽງທຸ່ນທ່ຽງ, ເຊື່ອໝັ້ນການນໍາພາຂອງພັກ-ລັດ ຕັ້ງ ໜ້າປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດ, ມີຄຸນສົມບັດ, ສິນທຳປະຕິວັດ, ມີຄວາມສາມັກຄີ, ຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ເປັນເອກະພາບສູງຕໍ່ແນວທາງນະໂຍບາຍຂອງພັກ-ລັດ ທີ່ວາງອອກຢ່າງຕັ້ງໜ້າ.ໃນກອງປະຊຸມຍັງໄດ້ຜັດປ່ຽນກັນມີຄຳເຫັນໂອ້ລົມ,ລົງເລິກໃນຂົງເຂດວຽກງານ ເຕັກໂນໂລຊີ ແລະ ການສື່ສານເພື່ອເປັນເຂັ້ມຊີ້ທິດເຍື່ອງທາງ ແລະ ເປັນແຜນວຽກອັນລະອຽດໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນຕໍ່ໜ້າກໍ່ຄືທິດທາງແຜນການ 6ເດືອນ ທ້າຍປີ 2025 ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.

ໃນໂອກາດດັ່ງກ່າວ ທ່ານ ຫວາດ ອິນຄຳວົງກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມເຊິ່ງທ່ານໄດ້ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງແຕ່ລະທ່ານ,ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ ໜັກແໜ້ນ, ເອົາໃຈໃສ່ສືກສາອົບຮົມ ການເມືອງແນວຄິດໃຫ້ພະນັກງານ-ລັດຖະກອນໃນຂົງເຂດວຽກງານເຕັກໂນໂລຊີ ແລະ ການສື່ສານໃຫ້ມີຄວາມອຸ່ນອຽນທຸ່ນທຽ່ງຕໍ່ໜ້າທີ່ວຽກງານໃຫ້ມີຄວາມເຂັ້ມແຂງໜັກແໜ້ນຂື້ນກວ່າເກົ່າ.

 

ແຈ້ງການ
ວິດີໂອ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ຕິດຕາມຂ່າວສານພະແນກ