ຄະນະພັກຮາກຖານພະແນກ ຕສ ແຂວງຄໍາມ່ວນ ເຜີຍແຜ່ເຊື່ອມຊຶມ ເອກະສານວ່າດ້ວຍການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ

27/12/2023

ຄະນະພັກຮາກຖານພະແນກ ຕສ  ແຂວງຄໍາມ່ວນ ເຜີຍແຜ່ເຊື່ອມຊຶມ ເອກະສານວ່າດ້ວຍການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ

ໃນຕອນເຊົ້າຂອງວັນທີ່ 26 ທັນວາ 2023 ທີ່ຫ້ອງປະຊຸມພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງຄຳມ່ວນ ໄດ້ຈັດກອງປະຊຸມ ເຜີຍແຜ່ ເຊື່ອມຊຶມ ເອກະສານວ່າດ້ວຍການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ,ຮາກຖານພັກພະແນກ ຕສ ແຂວງ.ໂດຍການໃຫ້ກຽດເປັນປະທານຂອງສະຫາຍ ຫວາດ ອິນຄຳວົງ ເລຂາຄະນະພັກຮາກຖານ,ຫົວໜ້າພະແນກ ຕສ ແຂວງ,ມີບັນດາ ຄະນະພັກຮາກຖານ,ຄະນະໜ່ວຍພັກ ບໍລິຫານ, ຈັດຕັ້ງ ແລະ ກວດກາ(ພະແນກ ຕສ ແຂວງ),ຄະນະໜ່ວຍພັກ ບໍລິສັດໄປສະນີລາວຈຳກັດ, ຄະນະໜ່ວຍພັກ ບໍລິສັດລາວໂທລະຄົມມະຫາຊົນ,ຄະນະໜ່ວຍພັກ ບໍລິສັດອີທີເອລຈຳກັດ,ພ້ອມດ້ວຍສະມາຊີກພັກສົມບູນສຳຮອງ ເຂົ້າຮ່ວມທັງໜົດ 41 ສະຫາຍ,ຍິງ 18 ສະຫາຍ.

ສະຫາຍ ນ ເພັດລຳມອນ ແກ້ວກັນຍາ ຮອງເລຂາຄະນະພັກຮາກຖານ,ເລຂາໜ່ວຍພັກ ບໍລິຫານ,ຈັດຕັ້ງ,ຮອງຫົວໜ້າພະແນກ ຕສ ແຂວງກໍ່ໄດ້ຂຶ້ນສະເໜີຈຸດປະສົງຂອງກອງປະຊຸມຢ່າງເປັນທາງການ ໃນການຈັດພິທີເຜີຍແຜ່ເຊື່ອມຊຶມນິຕິກໍາຂອງຄະນະພັກຂັ້ນເທິງເພື່ອກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງພັກກໍ່ເພື່ອເຮັດໃຫ້ການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງ , ຄະນະພັກກອງບັນຊາການທະຫານແຂວງ , ຄະນະພັກກອງບັນຊາການປ້ອງກັນຄວາມສະຫງົບແຂວງ , ຄະນະພັກຮາກຖານ ແລະ ໜ່ວຍພັກຮາກຖານໃນທົ່ວແຂວງດໍາເນີນຢ່າງຖືກຕ້ອງຕາມກົດລະບຽບຂອງພັກ , ມີຄວາມເປັນເອກະພາບສູງໃນທົ່ວອົງຄະນະພັກ ແລະ ຮັບປະກັນການນໍາພາ - ຊີ້ນໍາຢ່າງລວມສູນຈາກຄະນະພັກຂັ້ນເທິງ , ເພື່ອເປັນການປັບປຸງພາຍໃນພັກໃຫ້ມີຄວາມປອດໃສ,ເຂັ້ມແຂງ ແລະ ໜັກແໜ້ນ. ຈາກນັ້ນ ສະຫາຍ ຫວາດ ອິນຄຳວົງ ກໍ່ໄດ້ໃຫ້ກຽດຜ່ານເອກະສານ ຄຳສັ່ງຂອງຄະນະເລຂາທິການສູນກາງພັກສະບັບເລກທີ 411/ຄລສພ,ລົງວັນທີ່ 8 ສິງຫາ 2023 ວ່າດ້ວຍການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແລະ ເອກະສານ ຂອງກົມການເມືອງສູນກາງພັກສະບັບເລກທີ 13/ກມສພ,ລົງວັນທີ່ 9 ກຸມພາ 2023 ວ່າດ້ວຍການເລືອກເພັ້ນແຕ່ງຕັ້ງ,ສັບປ່ຽນໜ້າທີ່ຂອງພະນັກງານນຳພາ-ຄຸ້ມຄອງ,ສະຫາຍ ບຸນປະກອບ ໄຊຍະພູມີ ຄະນະພັກຮາກຖານ ເລຂາໜ່ວຍພັກ,ຮອງຜູ້ອຳນວຍການສາຂບໍລິສັດອີທີເອລຈຳກັດ ໃຫ້ກຽດຜ່ານເອກະສານ ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ເລກທີ 211/ຄຈສພ,ລົງວັນທີ່ 16 ສິງຫາ 2023ການຈັດຕັ້ງປະຕິບັດຄຳສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ,ສະຫາຍ ນ ແສງຈັນ ໄພຍະແສງ ຮອງເລຂາໜ່ວຍພັກ ບໍລິຫານ-ຈັດຕັ້ງ,ຮອງຫົວໜ້າ ພະແນກ ຕສ ແຂວງ ໃຫ້ກຽດຜ່ານເອກະສານ ຄຳແນະນຳຂອງຄະນະກວດກາສູນກາງພັກເລກທີ 285/ຄກສພ,ລົງວັນທີ 15 ກັນຍາ 2023 ວ່າດ້ວຍການກະກຽມ ແລະ ກອງປະຊຸມ 3 ຂັ້ນຂອງພັກ,

ສະຫາຍ ນ ເພັດລຳມອນ ແກ້ວກັນຍາ ຮອງເລຂາຄະນະພັກຮາກຖານ,ເລຂາໜ່ວຍພັກ ບໍລິຫານ,ຈັດຕັ້ງ,ຮອງຫົວໜ້າພະແນກ ຕສ ແຂວງ ຜ່ານເອກະສານ ຄຳສັ່ງແນະນຳຂອງຄະນະປະຈຳພັກແຂວງຄຳມ່ວນສະບັບເລກທີ14/ຄປຈ.ຄມ,ລົງວັນທີ 31 ຕຸລາ 2023 ກ່ຽວກັບການກະກຽມຈັດຕັ້ງດຳເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງ,ຄະນະພັກກອງບັນຊາການທະຫານແຂວງ,ຄະນະພັກກອງບັນຊາການປ້ອງກັນຄວາມສະຫງົບ,ຄະນະພັກຮາກຖານ ແລະ ໜ່ວຍພັກຮາກຖານໃນທົ່ວແຂວງຄຳມ່ວນ,ສະຫາຍ ອານຸສັກ ມຸນທະລາດ ຄະນະພັກຮາຖານ, ເລຂາໜ່ວຍພັກ,ຜູ້ອຳນວຍການ ສາຂາບໍລິສັດໄປສະນີລາວ ຈຳກັດ ຜ່ານເອກະສານ ຫ້ອງວ່າການສູນກາງພັກເລກທີ່ 05/ຫສພ,ລົງວັນທີ 31 ຕຸລາ 2023 ກ່ຽວກັບການກະກຽມເນື້ອໃນຮ່າງລາຍງານການເມືອງ ຂອງອົງຄະນະພັກແຕ່ລະຂັ້ນ. ເພື່ອຊຸກຍູ້ຂະບວນການເຄື່ອນໄຫວຮອບດ້ານໃນທົ່ວອົງຄະນະພັກ,ປຸກລະດົມສະມາຊິກພັກ,ພະນັກງານ,ທະຫານ,ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າເຂົ້າຮ່ວມພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ,ພັດທະນາທ້ອງຖິ່ນ ແລະ ຂະແໜງການຕົນໃຫ້ກາຍເປັນຂະບວນການກວ້າງຂວາງ,ຟົດຟື້ນ,ຕໍ່ເນື່ອງຜ່ານຂະບວນການດັ່ງກ່າວສ້າງໄດ້ກົມກອງ,ບຸກຄົນທີ່ດີເດັ່ນໃນທຸກຂົງເຂດວຽກງານທັງຢູ່ແຂວງ,ເມືອງ,ຮາກຖານພະແນກການ,ກົມກອງ ແລະ ຮາກຖານບ້ານ .

 

ແຈ້ງການ
ວິດີໂອ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ຕິດຕາມຂ່າວສານພະແນກ