ຄະນະກຳມະການຄຸ້ມຄອງອິນເຕີເນັດຂັ້ນແຂວງຄຳມ່ວນ ສະຫຼຸບວຽກງານປະຈຳ 06 ເດືອນຕົ້ນປີ 2024 ແລະ ວາງທິດທາງແຜນການໃນຕໍ່ໜ້າ

17/09/2024

ຄະນະກຳມະການຄຸ້ມຄອງອິນເຕີເນັດຂັ້ນແຂວງຄຳມ່ວນ ສະຫຼຸບວຽກງານປະຈຳ 06 ເດືອນຕົ້ນປີ 2024 ແລະ ວາງທິດທາງແຜນການໃນຕໍ່ໜ້າ

ຄະນະກຳມະການຄຸ້ມຄອງອິນເຕີເນັດຂັ້ນແຂວງຄຳມ່ວນ (ຄຄອຂ) ໄດ້ຈັດກອງປະຊຸມ ສະຫຼຸບວຽກງານຄະນະກຳມະການຄຸ້ມຄອງອິນເຕີເນັດຂັ້ນແຂວງ ປະຈຳ 06 ເດືອນຕົ້ນປີ 2024 ແລະ ວາງທິດທາງແຜນການໃນຕໍ່ໜ້າຂຶ້ນໃນວັນທີ 21 ສິງຫາ 2024 ນີ້, ທີ່ຫ້ອງປະຊຸມ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ. ໂດຍການເປັນປະທານຂອງ ທ່ານ ປອ ແກ້ວອຸດອນ ບຸດສິງຂອນ, ກໍາມະການປະຈຳພັກແຂວງ, ຮອງເຈົ້າແຂວງໆຄຳມ່ວນ, ປະທານຄະນະກຳມະການຄຸ້ມຄອງອິນເຕີເນັດແຂວງຄຳມ່ວນ, ເຊິ່ງມີຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ຮອງປະທານ-ຜູ້ປະຈຳການ, ພ້ອມດ້ວຍບັນດາຮອງຫົວໜ້າພະແນກການ, ຫົວໜ້າຫ້ອງວ່າການເມືອງ ແລະ ບັນດາທ່ານໃນ ຄະນະກຳມະການຄຸ້ມຄອງອິນເຕີເນັດຂັ້ນແຂວງເຂົ້າຮ່ວມກອງປະຊຸມ.

ໃນກອງປະຊຸມ ທ່ານ ດາວໄຫຼ ແກ້ວດວງດີ, ຮອງຫົວໜ້າພະແນກ ຕສ, ທັງເປັນ ຫົວໜ້າກອງເລຂາ ຄະນະກຳມະການຄຸ້ມຄອງອິນເຕີເນັດຂັ້ນແຂວງ ໄດ້ຜ່ານບົດສະຫຼຸບ ລາຍງານກ່ຽວກັບການຈັດຕັ້ງວຽກງານຂອງ ຄຄອຂ ປະຈໍາ 06 ເດືອນຕົ້ນປີ 2024 ແລະ ວາງທິດທາງແຜນການໃນຕໍ່ໜ້າ, ຊຶ່ງທ່ານໄດ້ຍົກໃຫ້ເຫັນກສະພາບທີ່ເກີດຂຶ້ນ ຕ້ອງໄດ້ເລັ່ງພັດທະນາ ແລະ ສົ່ງເສີມການນໍາໃຊ້ອິນເຕີເນັດ ໃຫ້ກາຍເປັນປັດໄຈໃນການດໍາລົງຊີວິດ. ພ້ອມນັ້ນ, ກໍຕ້ອງຮັບປະກັນ ແລະ ປ້ອງກັນແກ້ໄຂໃຫ້ໄດ້ ຕໍ່ກັບບັນຫາປາກົດການຫຍໍ້ທໍ້ເກີດມາຈາກອິນເຕີເນັດ ທີ່ສົ່ງຜົນກະທົບຕໍ່ຄວາມສະຫງົບໃນສັງຄົມ, ສົ່ງຜົນກະທົບໃນທາງລົບ ຕໍ່ວັດທະນະທໍາ-ຮີດຄອງປະເພນີອັນດີງາມຂອງຊາດ, ບັນຫາທີ່ສ້າງຄວາມປັ່ນປ່ວນໃຫ້ມີຄວາມແຕກແຍກ, ໃສ່ຮ້າຍປ້າຍສີ, ສ້າງຂໍ້ມູນບິດເບືອນ ທີ່ສົ່ງຜົນກະທົບທີ່ບໍ່ດີຕໍ່ການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ. ສະນັ້ນ, ເພື່ອແກ້ໄຂບັນດາປາກົດການຫຍໍ້ທໍ້ດັ່ງກ່າວນັ້ນ, ຄຄອຂ ຈະໄດ້ເລັ່ງປັບປຸງແກ້ ກົງຈັກການຈັດຕັ້ງ, ບຸກຄະລາກອນ, ວິທີການ ແລະ ມາດຕະການຕ່າງໆ, ເປັນເຈົ້າການຄົ້ນຄວ້າ ປັບປຸງຂອດປະສານງານ ລະຫວ່າງ ຂະແໜງການຕ່າງໆແຕ່ສູນກາງຮອດທ້ອງຖິ່ນ ທີ່ກ່ຽວພັນກັບວຽກງານອິນເຕີເນັດ, ເຕັກໂນໂລຊີການສື່ສານ-ຂໍ້ມູນຂ່າວສານ, ເຕັກໂນໂລຊີດິຈິຕອນ, ເນື້ອໃນຂໍ້ມູນຂ່າວສານຜ່ານອິນເຕີເນັດ, ຄວາມປອດໄພທາງໄຊເບີ ໃຫ້ມີຄວາມຮັບປະກັນ ຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການໂຄສະນາເຜີຍແຜ່ສ້າງຄວາມຮັບຮູ້, ຄວາມເຂົ້າໃຈໃຫ້ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ ໃນການນໍາໃຊ້ອິນເຕີເນັດໃຫ້ເກີດປະໂຫຍດ. 

ໃນໂອກາດດຽວກັນນີ້, ກອງປະຊຸມຍັງໄດ້ຮ່ວມກັນປະກອບຄຳເຫັນຢ່າງກົງໄປກົງມາ ເພື່ອຕີລາຄາ ແລະ ຖອດຖອນບົດຮຽນຈາກການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ຮ່ວມກັນວາງທິດທາງແຜນການໃນຕໍ່ໜ້າ ເພື່ອເຮັດໃຫ້ວຽກງານການຄຸ້ມຄອງອິນເຕີເນັດພາຍໃນແຂວງມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນກວ່າເກົ່າ. : ເຊິ່ງໃນກອງປະຊຸມ ກໍ່ຍັງໄດ້ຮັບຟັງຄໍາເຫັນຊີ້ນໍາຂອງທ່ານປະທານ ຊຶ່ງທ່ານໄດ້ຕີລາຄາສູງຕໍ່ການຄົ້ນຄວ້າ, ການກໍານົດບັນດາເປົ້າໝາຍທີ່ມີຄວາມສໍາຄັນ ແລະ ຈໍາເປັນ ທີ່ຈະຕ້ອງໄດ້ຄຸ້ມຄອງ, ພັດທະນາ, ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຢ່າງແໜ້ນແຟ້ນ ແລະ ກົມກຽວ ເພື່ອເຮັດໃຫ້ອິນເຕີເນັດ ແລະ ເຕັກໂນໂລຊີດິຈິຕອນ ສາມາດປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຕິດພັນກັບ 2 ວາລະແຫ່ງຊາດ. ພ້ອມນັ້ນ, ກໍຕ້ອງເອົາໃຈໃສ່ຄົ້ນຄວ້າ ແລະ ປັບປຸງບັນດານິຕິກຳໃຫ້ສອດຄ່ອງກັບສະພາບການໃໝ່ ແລະ ເຕັກໂນໂລຊີວິທີການໃໝ່ທີ່ເກີດຂຶ້ນໃນສັງຄົມປັດຈຸບັນ, ເພື່ອເປັນບ່ອນອີງໃຫ້ວຽກງານຄຸ້ມຄອງອິນເຕີເນັດ ແລະ ຄວາມປອດໄພທາງໄຊເບີຢ່າງຄົບຖ້ວນ, ຮັດກຸມ ແລະ ແທດເໝາະກັບສະພາບການ. ທ່ານຍັງເນັ້ນໜັກໃຫ້ເລັ່ງແກ້ໄຂບັນຫາປາກົດການຫຍໍ້ທໍ້ຜ່ານທາງລະບົບໂທລະຄົມມະນາຄົມ ແລະ ອິນເຕີເນັດ ເປັນຕົ້ນແມ່ນ ອາສະຍາກໍາ ແລະ ການຕົວະຍົວະຫຼອກຫຼວງຜ່ານລະບົບອິນເຕີເນັດ, ຜ່ານແກ໋ງຄອນເຊັນເຕີ, ການຮົ່ວໄຫຼຂອງເອກະສານ ຂອງພັກ-ລັດ, ການຮົ່ວໄຫຼຂໍ້ມູນສ່ວນບຸກຄົນ, ຕິດຕາມກວດກາ ແລະ ກັ່ນກອງບັນດາສື່ ແລະ ເວັບໄຊທ໌, ບັນຫາເກມ-ການພະນັນ, ຄາສິໂນອອນລາຍ ແລະ ສະພາບບັນຫາອື່ນໆ ທີ່ຕ້ອງໄດ້ເລັ່ງກວດກາຕິດຕາ ແລະແກ້ໄຂໃນຕໍ່ໜ້າ.

 

ແຈ້ງການ
ວິດີໂອ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ຕິດຕາມຂ່າວສານພະແນກ