ກອງປະຊຸມຝຶກອົບຮົມການສ້າງ ແລະ ການບໍລິຫານຈັດການເວບໄຊ ດ້ວຍລະບົບເວບໄຊພາກລັດ (G-Web Platform) ໃຫ້ກັບພະນັກງານ 08 ພະແນກການ ແລະ ເມືອງນາກາຍ ພາຍໃນແຂວງຄຳມ່ວນ ຊຸດທີ 1

17/09/2024

ກອງປະຊຸມຝຶກອົບຮົມການສ້າງ ແລະ ການບໍລິຫານຈັດການເວບໄຊ ດ້ວຍລະບົບເວບໄຊພາກລັດ (G-Web Platform) ໃຫ້ກັບພະນັກງານ 08 ພະແນກການ ແລະ ເມືອງນາກາຍ ພາຍໃນແຂວງຄຳມ່ວນ ຊຸດທີ 1

ໃນລະຫວ່າງວັນທີ 27-30 ສິງຫາ 2024, ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຄຳມ່ວນ, ໄດ້ຈັດຊຸດຝຶກອົບຮົມການສ້າງ ແລະ ການບໍລິຫານຈັດການເວບໄຊ ດ້ວຍລະບົບເວບໄຊພາກລັດ (G-Web Platform) ໃຫ້ກັບພະນັກງານ 08 ຂະແໜງຂອງແຂວງ ແລະ ຂັ້ນເມືອງ ຊຸດທີ 1, ທີ່ເມືອງນາກາຍ ແຂວງຄຳມ່ວນ, ເຊິ່ງໂຄງການດັ່ງກ່າວໄດ້ຮັບການສະໜັບສະໜູບຈາກ ແຜນພັດທະນະທ້ອງຖິ່ນ LAO/338 (LDP) ປະຈຳແຂວງຄຳມ່ວນ,

ໂດຍການເປັນປະທານຂອງທ່ານ ດາວໄຫຼ ແກ້ວດວງດີ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ໃຫ້ກຽດເຂົ້າຮ່ວມໃນການເປີດພິທີຝຶກອົບຮົມ, ໂດຍມີຜູ້ເຂົ້າຮ່ວມທັງໝົດຈຳນວນ 30 ທ່ານ ຍິງ 10 ທ່ານ. ຈຸດປະສົງຂອງການຈັດຝຶກອົບຮົມໃນຄັ້ງນີ້ ກໍ່ເພື່ອເປັນການຍົກລະດັບຄວາມຮູ້ຄວາມສາມາດ ແລະ ເປັນການສ້າງຄວາມເຂັ້ມແຂງດ້ານວິຊາການໃຫ້ແກ່ພະນັກງານຈາກຂະແໜງການຕ່າງໆພາຍໃນແຂວງ ໃຫ້ສາມາດສ້າງ ແລະ ພັດທະນາເວັບໄຊ ຂອງຂະແໜງການຕົນໄດ້ດ້ວຍລະບົບເວບໄຊພາກລັດ (G-Web Platform) ເພື່ອນຳໃຊ້ເຂົ້າໃນວຽກງານການບໍລິການດ້ານຂໍ້ມູນຂ່າວສານໃຫ້ແກ່ສັງຄົມຢ່າງກວ້າງຂວາງ, ພ້ອມທັງເປັນການຊຸກຍູ້ສົ່ງເສີມວຽກງານການຫັນເປັນດິຈິຕອນຂອງແຂວງໃນຕໍ່ໜ້າ. ກອງປະຊຸມຝຶກອົບຮົມໄດ້ດຳເນີນເປັນເວລາ 03, ມາຮອດຕອນບ່າຍຂອງວັນທີ 30/08/2024 ຝຶກອົບຮົມ,

 

ໂດຍການເປັນປະທານຂອງ ທ່ານ ຫວາດ ອິນຄຳວົງ ຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານແຂວງ ກໍ່ໄດ້ເຂົ້າຮ່ວມກອງປະຊຸມສະຫຼຸບ ແລະ ມອບໃບຢັ້ງຢືນການຝຶກອົບຮົມການສ້າງ ແລະ ການບໍລິຫານຈັດການເວບໄຊ ດ້ວຍລະບົບເວບໄຊພາກລັດ (G-Web Platform) ຊຸດທີ 1, ເຊິ່ງໃນຕອນທ້າຍຂອງກອງປະຊຸມ ທ່ານກໍ່ໄດ້ມີຄຳເຫັນຕໍ່ກອງປະຊຸມ ແລະ ໄດ້ຮຽກຮ້ອງໃຫ້ນັກສຳມະນາກອນທີ່ເຂົ້າການຝຶກອົບຮົມທຸກທ່ານ ຈົ່ງນໍາເອົາຄວາມຮູ້, ບົດຮຽນ ແລະ ເຕັກນິກໃໝ່ໆຈາກນັກວິທະຍາກອນ, ເພື່ອນຳໄປສຶບຕໍ່ຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ ແລະ ປະກອບເຂົ້າໃນການພັດທະນາວຽກງານຂອງຕົນ ໃຫ້ມີປະສິດທິຜົນ ແລະ ມີປະສິດທິພາບ, ໃນການບໍລິການດ້ານຂໍ້ມູນຂ່າວສານຂອງຂະແໜງຕົນເອງ ໃຫ້ປະຊາຊົນສາມາດເຂົ້າເຖິງຂໍ້ມູນພາກລັດໄດ້ຢ່າງສະດວກ ແລະ ມີຄວາມປອດໄພ.

 

ແຈ້ງການ
ວິດີໂອ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ຕິດຕາມຂ່າວສານພະແນກ