ພະແນກ ຕສ ແລະ ປກສ ແຂວງລົງເຄື່ອນໄຫວວຽກງານຮ່ວມກັນ.

17/09/2024

ພະແນກ ຕສ ແລະ ປກສ ແຂວງລົງເຄື່ອນໄຫວວຽກງານຮ່ວມກັນ.

ໃນວັນທີ 04 ກັນຍາ 2024 ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ (ຂະແໜງໄປສະນີ ແລະ ການສື່ສານ) ຮ່ວມກັບເຈົ້າໜ້າທີ່ຕໍາຫຼວດພະແນກ 205, ຫ້ອງສັນຕິບານ (ປກສ ແຂວງ) ໄດ້ລົງຊຸກຍູ້ບັນດາສາຂາບໍລິສັດຂົນສົ່ງດ້ານໄປສະນີ ພາຍໃນເທດສະບານເມືອງທ່າແຂກ.

ໂດຍມີ ທ່ານ ນາງ ສຸກກັນຍາ ວິໄລແສງ ຮອງຫົວໜ້າຂະແໜງໄປສະນີ ແລະ ການສື່ສານ (ພະແນກ ຕສ ແຂວງ), ທ່ານ ພັທ ເດດສາ ແສງດາລາ ຫົວໜ້າພະແນກ 205, ທ່ານ ພັທ ບຸນສຸກ ໄຊສົມບັດ ຮອງຫົວໜ້າຫ້ອງສັນຕິບານ (ກອງບັນຊາການ ປກສ ແຂວງ) ພ້ອມດ້ວຍ ພະນັກງານວິຊາການທັງສອງພາກສ່ວນເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງ: ໃນການລົງເຄື່ອນໄຫວຄັ້ງນີ້ ກໍ່ເພື່ອກວດກາ, ເກັບກຳຂໍ້ມູນການຮັບ-ຝາກເຄື່ອງຕ່າງໆທາງດ້ານໄປສະນີ ນຳບັນດາສາຂາບໍລິສັດທີ່ໃຫ້ບໍລິການດ້ານໄປສະນີໃຫ້ຖືກຕ້ອງ, ສອດຄ່ອງຕາມລະບຽບການ, ເພື່ອເຮັດໃຫ້ມີຄຸນນະພາບ, ມີຄວາມສະດວກ, ວ່ອງໄວ, ມີຄວາມປອດໄພ ແລະ ຮັບປະກັນການບໍລິການໃຫ້ແກ່ສັງຄົມ ແລະ ໃຫ້ມີປະສິດທິພາບສູງ ເປັນການປົກປ້ອງສິດ-ຜົນປະໂຫຍດຂອງຜູ້ໃຫ້ບໍລິການ, ຜູ້ໃຊ້ບໍລິການພາຍໃນເທດສະບານເມືອງທ່າແຂກ.

 

ແຈ້ງການ
ວິດີໂອ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ຕິດຕາມຂ່າວສານພະແນກ