ກອງປະຊຸມພົບປະແລກປຽ່ນບົດຮຽນ ລະຫວ່າງ ພະແນກ ຕສ ແຂວງຄຳມ່ວນ ແລະ ພະແນກ ຕສ ແຂວງ ສະຫວັນນະເຂດ

17/09/2024

ກອງປະຊຸມພົບປະແລກປຽ່ນບົດຮຽນ ລະຫວ່າງ ພະແນກ ຕສ ແຂວງຄຳມ່ວນ ແລະ ພະແນກ ຕສ ແຂວງ ສະຫວັນນະເຂດ

ກອງປະຊຸມພົບປະແລກປຽ່ນຖອດຖອນບົດຮຽນ ລະຫວ່າງ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງຄຳມ່ວນ ແລະ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ ສະຫວັນນະເຂດ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ່ 06 ກັນຍາ 2024 ທີ່ຫ້ອງປະຊຸມພະແນກ ຕສ ແຂວງຄຳມ່ວນພາຍໃຕ້ການເປັນປະທານຮ່ວມຂອງທ່ານ ຫວາດ ອິນຄຳວົງ ເລຂາຄະນະພັກຮາກຖານ,ຫົວໜ້າພະແນກ ຕສ ແຂວງ ແລະ ທ່ານ ລຳແກ້ວ ແສງໜູທອງ ກຳມະການພັກແຂວງ,ຫົວໜ້າພະແນກ ຕສ ແຂວງສະຫວັນນະເຂດ ມີບັນດາຄະນະພັກ,ຄະນະພະແນກ,ຫົວໜ້າຂະແໜງ-ຮອງຂະແໜງ,ພະນັກງານ-ລັດຖະກອນທີ່ກ່ຽວຂ້ອງພາຍໃນພະແນກເຂົ້າຮ່ວມທັງໜົດ 27 ທ່ານ,ຍິງ 09 ທ່ານ.

ໃນການພົບປະດັ່ງກ່າວ ທ່ານ ຫວາດ ອິນຄຳວົງ ກໍ່ໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ລາຍງານໂດຍຫຍໍ້ກ່ຽວກັບສະພາບລວມຂອງວຽກງານເຕັກໂນໂລຊີ ແລະ ການສື່ສານຂອງແຂວງຄຳມ່ວນ ຕໍ່ຄະນະພະແນກ ເຕັກໂນໂລຊີແລະການສື່ສານ ແຂວງສະຫວັນນະເຂດ ແລະທ່ານໄດ້ຕີລາຄາສູງຕໍ່ການມາພົບປະແລກປ່ຽນບົດຮຽນ ລະຫວ່າງ ພະແນກ ຕສ ແຂວງສະຫວັນນະເຂດ.ທັງນີ້ກໍ່ເພື່ອແນໃສ່ ເພີ່ມທະວີຄວາມສາມັກຄີ ໃນການພົວພັນຮ່ວມມືທາງດ້ານວຽກງານວິຊາການ - ວິຊາສະເພາະ ທີ່ຕິດພັນກັບຂະແໜງການດັ່ງກ່າວ ໃຫ້ນັບມື້ໄດ້ຮັບການພັດທະນາ ແລະ ມີປະສິດທິຜົນ ແລະຫວັງຢ່າງຍິ່ງວ່າໃນຕໍ່ໜ້າຈະໄດ້ພົບປະແລກປ່ຽນຖອດຖອນບົດຮຽນຮ່ວມກັນໃຫ້ມີຄວາມໜັກແໜ້ນເລິກເຊິ່ງກວ່າເກົ່າ.

ຈຸດປະສົງ: ຂອງການພົບປະດັ່ງກ່າວແມ່ນເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໂດຍສະເພາະໃນຂົງເຂດວຽກງານ ເຕັກໂນໂລຊີ ແລະ ການສື່ສານ ເພື່ອຍົກສູງພາລະບົດບາດ ແລະ ພາລະໜ້າທີຂອງວຽກງານເຕັກໂນໂລຊີ ແລະ ການສື່ສານ ໃຫ້ນັບມື້ນັບສູງຂຶ້ນ,ໃນກອງປະຊຸມ ຍັງໄດ້ຮັບຟັງການລາຍງານໂດຍຫຍໍ້ ກ່ຽວກັບສະພາບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງ ພະແນກ ຕສ ແຂວງໃນໄລຍະຜ່ານມາ.ຈາກນັ້ນ:ທັງສອງພາກສ່ວນກໍ່ໄດ້ແລກປ່ຽນຄຳຄິດຄຳເຫັນໃນຫຼາຍດ້ານ ທີ່ເປັນລັກສະນະກົງໄປກົງມາ ຊຶ່ງສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກ ໃຫ້ບັນດາວິຊາການແຕ່ລະຂະແໜງສາມາດພົວພັນ,ປະສານງານ ແລະ ແລກປ່ຽນບົດຮຽນທາງດ້ານວຽກວິຊາສະເພາະຮ່ວມກັນໃນຕໍ່ໜ້າ.ການພົບປະແລກປ່ຽນບົດຮຽນໃນຄັ້ງນີ້ກໍ່ເພື່ອເປັນການສຶກສາລະບົບກົກໄກ ແລະ ການປະສານງານຮ່ວມມືກັນເພື່ອຊອກຫາຊ່ອງທາງວິທີແກ້ໄຂ ແລະ ການເຄືອນໄຫວຈັດຕັ້ງປະຕິບັດວຽກງານໃຫ້ມີຜົນສຳເລັດຕາມລະດັບຄາດໜາຍທີວາງໄວ້.

 

ແຈ້ງການ
ວິດີໂອ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ຕິດຕາມຂ່າວສານພະແນກ