ພະແນກ ຕສ ແຂວງຄຳມ່ວນ ລົງເຄື່ອນໄຫວ ຕິດຕາມ,ກວດກາ ຮ້ານໃຫ້ບໍລິການອິນເຕີເນັດຄາເຟ

17/09/2024

ພະແນກ ຕສ ແຂວງຄຳມ່ວນ ລົງເຄື່ອນໄຫວ ຕິດຕາມ,ກວດກາ ຮ້ານໃຫ້ບໍລິການອິນເຕີເນັດຄາເຟ

ໃນລະຫວ່າງວັນທີ່ 31 ສິງຫາ - 05 ກັນຍາ 2024 ຄະນະສະເພາະກິດລົງເຄື່ອນໄຫວ, ຕິດຕາມກວດກາຮ້ານໃຫ້ບໍລິການອິນເຕີເນັດກາເຟ, ຮ້ານຂາຍເຊີເກມຮູບແບບການພະນັນຕ່າງໆພາຍໃນແຂວງ ນໍາໂດຍທ່ານ ແອໃຫ່ຍ ຈັນທະລາ ຫົວໜ້າ ຂະແໜງ ເຕັກໂນໂລຊີ ແລະ ນະວັດຕະກຳ ພ້ອມດ້ວຍຄະນະວິຊາການ ພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງ, ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງທ່າແຂກ, ພະແນກ 205 ຫ້ອງສັນຕິບານ ປກສ ແຂວງ,ໄດ້ລົງກວດກາເກັບກໍາຂໍ້ມູນ ຮ້ານໃຫ້ການບໍລິການອິນເຕີເນັດກາເຟ ຢູ່ບ້ານ ລຳມະລາດ ແລະ ບ້ານ ດົງໃຕ້ ເມືອງທ່າແຂກ ແຂວງຄຳມ່ວນ

ເຊິ່ງໃນໄລຍະຜ່ານມາເຫັນວ່າຮ້ານໃຫ້ບໍລິການອິນເຕີເນັດກາເຟຈໍານວນໜຶ່ງເຄື່ອນໄຫວບໍ່ຖືກຕ້ອງຕາມລະບຽບການເຊັ່ນ: ເປີດບໍລິການໂດຍບໍ່ໄດ້ຮັບອະນຸຍາດ, ຮ້ານລັກລອບຂາຍເຊີເກມການພະນັນຮູບແບບຕ່າງໆ, ເປີດຮ້ານກາຍເວລາກໍານົດ ແລະ ເກີດມີປະກົດການຫຍໍ້ທໍ້ຕ່າງໆເກີດຂຶ້ນພາຍໃນຮ້ານ. ໂດຍປະຕິບັດຕາມແຈ້ງການຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດແຂວງຄໍາມ່ວນ ສະບັບເລກທີ 529/ພຕສ,ລົງວັນທີ່ 19 ມີຖຸນາ 2024 ເຊິ່ງຄະນະສະເພາະກິດໄດ້ກວດກາປະເມີນຄືນກ່ຽວກັບຮ້ານທີ່ໄດ້ຮັບອະນຸຍາດໃຫ້ບໍລິການອິນເຕີເນັດກາເຟໃນໄລຍະຜ່ານມາພ້ອມທັງສ້າງບົດບັນທຶກສຶກສາອົບຮົມຮ້ານທີ່ດໍາເນີນກິດຈະການບໍ່ສອດຄ່ອງ ຕາມຂໍ້ຕົກລົງວ່າດ້ວຍໃຫ້ບໍລິການອິນເຕີເນັດກາເຟສະບັບເລກທີ 828/ປທສ, ລົງວັນທີ 11 ມີນາ 2015 ແລະ ສ້າງບົດບັນທຶກຢຸດໂຈະກິດຈະການຮ້ານລັກລອບຂາຍເຊີເກມຮູບແບບການພະນັນຕ່າງໆ ຢູ່ເຂດ 02 ບ້ານດັ່ງກ່າວ.

 

ແຈ້ງການ
ວິດີໂອ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ຕິດຕາມຂ່າວສານພະແນກ