ກົມກວດກາ ກະຊວງ ຕສ ລົງເຄື່ອນໄຫວວຽກງານຢູ່ແຂວງຄຳມ່ວນ

17/09/2024

ກົມກວດກາ ກະຊວງ ຕສ ລົງເຄື່ອນໄຫວວຽກງານຢູ່ແຂວງຄຳມ່ວນ

ໃນຕອນເຊົ້າຂອງວັນທີ 09 ກັນຍາ 2024 ທີ່ຫ້ອງປະຊຸມນ້ອຍຂອງພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງຄຳມ່ວນ.ໄດ້ຈັດກອງປະຊຸມເຮັດວຽກຮ່ວມກັບຄະນະຮັບຜິດຊອບ ຕິດຕາມ ກວດກາ ແລະ ຊຸກຍູ້ວຽກງານກວດກາລັດຈາກກົມກວດກາ.ໂດຍໃຫ້ກຽດເປັນປະທານຂອງທ່ານ ເຮີເຊັງ ເຢຍປໍເຮີ ຫົວໜ້າກົມກວດກາ (ກະຊວງ ເຕັກໂນໂລຊີ ແລະ ການສື່ສານ) ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ ແລະ ເຮັດວຽກຢູ່ ແຂວງຄຳມ່ວນ ໂດຍມີຄະນະພັກ,ຄະນະພະແນກ, ຫົວຫນ້າຂະແຫນງ,ຮອງຂະແໜງ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມຈຳນວນ 17 ທ່ານ, ຍິງ 07 ທ່ານ.

ທ່ານ ຫວາດ ອິນຄຳວົງ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກເຕັກໂນໂລຊີ ແລະ ສື່ສານແຂວງ ກໍ່ໄດ້ໃຫ້ກຽດຂຶ້ນຜ່ານ ບົດສະຫຼຸບການເຄື່ອນໄຫວປະຕິບັດວຽກງານກວດກາ 06 ເດືອນຕົ້ນປີ 2024. ກອງປະຊຸມຍັງໄດ້ຮັບຟັງການມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາຈາກ ທ່ານ ເຮີເຊັງ ເຢຍປໍເຮີ ຫົວໜ້າກົມກວດກາ (ກະຊວງ ເຕັກໂນໂລຊີ ແລະ ການສື່ສານ) ຕໍ່ກັບວຽກງານກວດກາເປັນຕົ້ນ ວຽກງານພະນັກງານລັດຖະກອນການຈັດຕັ້ງປະຕິບັດວຽກງານໂຄງການລົງທຶນຂອງລັດ, ການຕິດຕັ້ງເສົາຮັບສົ່ງສັນຍາ BTS, ບັນຫາຄື້ນຄວາມຖີ່ລົບກວນຕາມລຽບເຂດຊາຍແດນລະຫວ່າງປະເທດ, ການຈັດຕັ້ງປະຕິບັດວຽກງານການຫັນເປັນດິດຈິຕ໋ອນ ແລະ ວຽກງານອື່ນໆ ຄຽງຄຸ່ກັບການຍົກສູງສະຕິຄວາມຮັບຜິດຊອບຂອງພະນັກງານ-ລັດຖະກອນ,ການພັດທະນາຍົກລະດັບຂີດຄວາມສາມາດທາງດ້ານວັດຖຸເຕັກນິກແລະຄວາມຮູ້ຂອງພະນັກງານໃຫ້ສູງຂຶ້ນ, ປະສານສົມທົບກັບບັນດາບໍລິສັດທີ່ໃຫ້ບໍລິການດ້ານໂທລະຄົມມະນາຄົມເພື່ອຂະຫຍາຍ ແລະ ບໍລິການເຄືອຂ່າຍລົງສູ່ປະຊາຊົນເຂດຫ່າງໄກສອກຫຼີກໃຫ້ທົ່ວເຖິງ ເພື່ອຊູກຍູ້ສົ່ງເສີມການຫັນເປັນດິດຈິຕ໋ອນໃນຕໍ່ຫນ້າ.

 

ແຈ້ງການ
ວິດີໂອ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ຕິດຕາມຂ່າວສານພະແນກ