ຝຶກອົບຮົມການສ້າງ, ຄຸ້ມຄອງ ແລະ ນຳໃຊ້ເວັບໄຊລ໌ພາກລັດ (G-Web Platform) ໃຫ້ກັບພະນັກງານຜູ້ຮັບຜິດຊອບເວັບໄຊລ໌ ຫ້ອງວ່າການແຂວງຄຳມ່ວນ.

17/09/2024

ຝຶກອົບຮົມການສ້າງ, ຄຸ້ມຄອງ ແລະ ນຳໃຊ້ເວັບໄຊລ໌ພາກລັດ (G-Web Platform) ໃຫ້ກັບພະນັກງານຜູ້ຮັບຜິດຊອບເວັບໄຊລ໌ ຫ້ອງວ່າການແຂວງຄຳມ່ວນ.

ໃນລະຫວ່າງວັນທີ 12-13 ກັນຍາ 2024 ທີ່ຜ່ານມາ, ທີ່ຫ້ອງປະຊຸມ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຄຳມ່ວນ, ຂະແຫນງບໍລິຫານລັດດິຈິຕ໋ອນ ແລະ ຄວາມປອດໄພທາງໄຊເບີ ພະແນກ ເຕັກໂນໂລຊີແລະ ການສື່ສານແຂວງໄດ້ຈັດຊຸດຝຶກອົບຮົມການສ້າງ ແລະ ການບໍລິຫານຈັດການເວັບໄຊລ໌ ດ້ວຍລະບົບເວັບໄຊລ໌ພາກລັດ (G-Web Platform) ໃຫ້ພະນັກງານຫ້ອງວ່າການແຂວງຄຳມ່ວນ, ໂດຍມີຜູ້ເຂົ້າຈຳນວນ 02 ທ່ານ ຍິງ 1 ທ່ານ.

ຈຸດປະສົງຂອງການຈັດຝຶກອົບຮົມໃນຄັ້ງນີ້ ກໍ່ເພື່ອເປັນການຍົກລະດັບຄວາມຮູ້ຄວາມສາມາດ ແລະ ເປັນການສ້າງຄວາມເຂັ້ມແຂງດ້ານວິຊາການໃຫ້ແກ່ພະນັກງານພາຍໃນຫ້ອງວ່າການແຂວງ ໃຫ້ສາມາດສ້າງ ແລະ ພັດທະນາເວັບໄຊລ໌ ຂອງຂະຕົນໄດ້ດ້ວຍລະບົບເວບໄຊພາກລັດ (G-Web Platform) ເພື່ອນຳໃຊ້ເຂົ້າໃນວຽກງານການບໍລິການດ້ານຂໍ້ມູນຂ່າວສານໃຫ້ແກ່ສັງຄົມຢ່າງກວ້າງຂວາງ, ພ້ອມທັງເປັນການຊຸກຍູ້ສົ່ງເສີມວຽກງານການຫັນເປັນດິຈິຕອນຂອງແຂວງໃນຕໍ່ໜ້າ.

ກອງປະຊຸມຝຶກອົບຮົມໄດ້ດຳເນີນເປັນເວລາ 02 ວັນ ພາຍຫຼັງສໍາເລັດການຝຶກອົບຮົມ ນັກສຳມະນາກອນຈາກຫ້ອງວ່າການແຂວງກໍ່ສາມາດ ສ້າງເວັບໄຊລ໌ຕົວແບບຂອງແຂວງໄດ້ສຳເລັດ ສະນັ້ນຝຶກອົບຮົມການການສ້າງ, ຄຸ້ມຄອງ ແລະ ນໍາໃຊ້ລະບົບເວັບໄຊລ໌ພາກລັດໃຫ້ຫ້ອງວ່າການແຂວງ ໃນຄັ້ງນີ້ເປັນບາດກ້າວອັນສຳຄັນ ແລະ ເປັນພື້ນຖານໃນການຫັນເປັນດິຈິຕ໋ອນຂອງແຂວງ ເວົ້າສະເພາະກໍ່ຄືພາຍໃນແຂວງຄຳມ່ວນ ໃຫ້ມີຄວາມທັນສະໄໝ ຕອບສະໜອງຂໍ້ມູນຕ່າງໆ ທີ່ເປັນປະໂຫຍດ ໃຫ້ແກ່ສັງຄົມ ນອກນັ້ນຍັງເປັນການໂຄສະນາເຜີຍແຜ່ບັນດານິຕິກຳ, ຂໍ້ມູນຂ່າວສານ, ການປະຊາສຳພັນຕ່າງໆ, ສະຖານທີ່ທ່ອງທ່ຽວ ແລະ ດຶງດູດນັກລົງທຶນທັງພາຍໃນ ແລະ ພາຍນອກ ຜ່ານຊ່ອງທາງເວັບໄຊລພາກລັດ ໃຫ້ທົ່ວເຖິງ ໃນການຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມຫຼັກການ ແລະ ມີຄວາມເປັນເອກະພາບກັນໃນທົ່ວປະເທດ.

 

ແຈ້ງການ
ວິດີໂອ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ຕິດຕາມຂ່າວສານພະແນກ