ພະແນກ ຕສ ລົງເຄື່ອນໄຫວຊຸກຍູ້ວຽກງານຢູ່ ເມືອງມະຫາໄຊ, ເມືອງຍົມມະລາດ ແລະ ເມືອງນາກາຍ.

27/09/2024

ພະແນກ ຕສ ລົງເຄື່ອນໄຫວຊຸກຍູ້ວຽກງານຢູ່ ເມືອງມະຫາໄຊ, ເມືອງຍົມມະລາດ ແລະ ເມືອງນາກາຍ.

ໃນລະຫວ່າງວັນທີ່ 18-19 ກັນຍາ 2024 ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຄໍາມ່ວນ ໄດ້ສົມທົບກັບຫ້ອງວ່າການເມືອງ (ຜູ້ປະສານງານຂັ້ນເມືອງ) ລົງເຄື່ອນໄຫວຊຸກຍູ້ ບັນດາຜູ້ປະກອບການທາງດ້ານໄປສະນີ, ໂທລະຄົມມະນາຄົມ ຢູ່ເມືອງມະຫາໄຊ, ເມືອງ ຍົມມະລາດ ແລະ ເມືອງນາກາຍ. ໂດຍການນຳພາຂອງ ທ່ານນາງ ສຸກກັນຍາ ວິໄລແສງ ຮອງຫົວຫນ້າຂະແຫນງໄປສະນີ ແລະ ສື່ສານ(ພະແນກ ຕສ ແຂວງ), ມີຜູ້ຕ່າງຫນ້າຈາກຫ້ອງວ່າການ 03 ເມືອງ(ຜູ້ປະສານງານວຽກງານເຕັກໂນໂລຊິ ແລະ ການສື່ສານຂັ້ນເມືອງ), ວິຊາການທີ່ກ່ຽວຂ້ອງ ແລະ ຜູ້ປະກອບການດ້ານໄປສະນີ, ໂທລະຄົມມະນາຄົມ ເຂົ້າຮ່ວມຢ່າງພ້ອມພຽງ.

# ຈຸດປະສົງ: ໃນການລົງເຄື່ອນໄຫວໃນຄັ້ງນີ້ກໍ່ເພື່ອຕໍ່ໃບອະນຸຍາດທາງດ້ານໄປສະນີ ແລະ ໂທລະຄົມະນາຄົມພາຍໃນ ສາມເມືອງ ໃຫ້ຖຶກຕ້ອງ, ສອດຄ່ອງ, ຕາມລະບຽບການ.

 

ແຈ້ງການ
ວິດີໂອ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ຕິດຕາມຂ່າວສານພະແນກ