ກອງປະຊຸມ ມອບ ຮັບເວບໄຊທ໌ ແລະ ຝຶກອົບຮົມການຄູ້ມຄອງ, ນໍາໃຊ້ ໃຫ້ສໍານັກງານເມືອງ ທ່າແຂກ.

27/09/2024

ກອງປະຊຸມ ມອບ ຮັບເວບໄຊທ໌ ແລະ ຝຶກອົບຮົມການຄູ້ມຄອງ, ນໍາໃຊ້ ໃຫ້ສໍານັກງານເມືອງ ທ່າແຂກ.

ໃນວັນທີ 26 ກັນຍາ 2024 ທີ່ຜ່ານມາ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ຄໍາມ່ວນ ໄດ້ຈັດກອງປະຊຸມ ມອບ-ຮັບເວບໄຊທ໌ ແລະ ຝຶກອົບຮົມການຄຸ້ມຄອງ, ນຳໃຊ້ເວບໄຊທ໌ ໃຫ້ສຳນັກງານ ເມືອງທ່າແຂກ, ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ສັກດາ ແກ້ວມະນີໄຊ ຮອງເຈົ້າເມືອງໆທ່າແຂກ ແລະ ທ່ານ ດາວໄຫຼ ແກ້ວດວງດີ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງຄຳມ່ວນ, ນອນນັ້ນຍັງມີບັນດາທ່ານຫົວໜ້າ-ຮອງຫົວໜ້າຫ້ອງການ ແລະ ຄະນະຮັບຜິດຊອບເວັບໄຊຈາກພະແນກເຕັກໂນໂລຊີແຂວງ ຕະຫຼອດຮອດພະນັກງານວິຊາການ ຈາກຫ້ອງການອ້ອມຂ້າງເມືອງທ່າແຂກ ເຂົ້າຮ່ວມທັງໝົດ 31 ຄົນ, ຍິງ 06 ຄົນ.

ຈຸດປະສົງໃນກອງປະຊຸມຄັ້ງນີ້ ເພື່ອເປັນການຍົກລະດັບຄຸນນະພາບຂອງວຽກງານການສື່ສານ-ຂໍ້ມູນຂ່າວສານຂອງເມືອງທ່າແຂກ ເພື່ອຫັນເປັນທັນສະໄໝ ຊ່ວຍໃຫ້ການເຜີຍແຜ່, ປະຊາສຳພັນບັນດາຂໍ້ມູນ-ຂໍ້ມູນຂ່າວສານຂອງສຳນັກງານເມືອງ ໄດ້ຜ່ານທາງເວັບໄຊ ສາມາດສະໜອງການບໍລິການດ້ານຂໍ້ມູນ-ຂ່າວສານໃຫ້ແກ່ປະຊາຊົນ, ພາກທຸລະກິດ ແລະ ພາກລັດດ້ວຍກັນ, ຮັບປະກັນຄວາມຖືກຕ້ອງຂອງຂໍ້ມູນຂ່າວສານຂອງພັກ-ລັດ ໃຫ້ມີປະສິດທິພາບ ແລະປະສິດທິຜົນ.

ເຊິ່ງໃນກອງປະຊຸມກໍ່ໄດ້ຜ່ານ ຂໍ້ຕົກລົງຂອງທ່ານເຈົ້າເມືອງໆທ່າແຂກ ສະບັບເລກທີ 429/ຈມ,ລົງວັນທີ່ 09 /11/2023 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບເວບໄຊທ໌ ແລະ ສະຫຼຸບລາຍງານຜົນຂອງການຝຶກອົບຮົມການຄູ້ມຄອງ ແລະ ການນໍາໃຊ້ລະບົບເວບໄຊທ໌. ໃນຕອນທ້າຍຂອງກອງປະຊຸມ ທ່ານ ສັກດາ ແກ້ວມະນີໄຊ ຮອງເຈົ້າເມືອງໆທ່າແຂກ ແລະ ທ່ານ ດາວໄຫຼ ແກ້ວດວງດີ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ກໍ່ໄດ້ມີຄໍາເຫັນຕໍ່ກອງປະຊຸມ ແລະ ມີຄຳເຫັນຕໍ່ຄະນະຮັບຜິດຊອບເວບໄຊຂອງເມືອງ ໃຫ້ພ້ອມພາກັນເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງ ໃນການຈັດຕັ້ງປະຕິບັດເຜີຍແຜ່ປະຊາສຳພັນບັນດາຂໍ້ມູນ-ຂ່າວສານ, ການເຄືອນໄຫວວຽກງານຂອງຕົນ ຜ່ານທາງເວບໄຊທ໌ຂອງເມືອງໃຫ້ເປັນປົກກະຕິ, ຮັບປະກັນຄວາມຖືກຕ້ອງຂອງຂໍ້ມູນຂ່າວສານຂອງພາກລັດ, ສາມາດສະໜອງການບໍລິການດ້ານຂໍ້ມູນ-ຂ່າວສານທີ່ເປັນປະໂຫຍດໃຫ້ແກ່ສັງຄົມໄດ້ຢ່າງກວ້າງຂວາງ, ມີຄວາມຖືກຕ້ອງຊັດເຈນ, ວ່ອງໄວ, ທັນກັບສະພາບການຂອງສັງຄົມ ແລະ ໃນຕອນທ້າຍຂອງກອງປະຊຸມກໍ່ໄດ້ຈັດຕັ້ງພິທີມອບ-ຮັບເວັບໄຊ໌ໃຫ້ແກ່ເມືອງຢ່າງເປັນທາງການ ໂດຍເປັນກຽດຂື້ນມອບ-ຮັບ ລະຫວ່າງທ່ານ ດາວໄຫຼ ແກ້ວດວງດີ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ແລະ ທ່ານ ສັກດາ ແກ້ວມະນີໄຊ ຮອງເຈົ້າເມືອງໆທ່າແຂກ.

 

ແຈ້ງການ
ວິດີໂອ
ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ຕິດຕາມຂ່າວສານພະແນກ